ພຣະເຈົ້າແສນແຊ່ ພຣະອົງນີ້ໄດ້ອັນເຊີນມາຈາກແມ່ນ້ຳຂອງ ອາຍຸ 173 ປີ

ພຣະເຈົ້າແສນແຊ່ ພຣະອົງນີ້ໄດ້ອັນເຊີນມາຈາກແມ່ນ້ຳຂອງ ອາຍຸ 173 ປີປະຫວັດຂອງພຣະເຈົ້າແສນແຊ່ ອົງນີ້ໄດ້ອັນເຊີນມາຈາກແມ່ນ້ຳຂອງ ຕາມຄຳບອກເລົ່າຈາກເຖົ້າແກ່ອາວຸໂສຂອງບ້ານໄດ້ບອກເລົ່າໄວ້ ວ່າມີຊາວບ້ານຄວ້ານ ໄດ້ໄປພົບເຫັນ ພຣະເຈົ້າແສນແຊ່ ຢູ່ກາງປ່າໄມ້ໃຫຍ່ ເປັນວັດຮ້າງ ຊຶ່ງເອີ້ນວ່າວັັດຮ້າງປ່າໄມ້ຫວານ ຢູ່ແຄມແມ່ນ້ຳຂອງປະຈຸບັນນີ້ ເປັນວັດບ້ານມອມ ປະຊາຊົນໄດ້ອັນເຊີນພຣະເຈົ້າແສນແຊ່ໃສເຮືອກາບລ່ອງແມ່ນ້ຳຂອງລົງມາ ແລະໄດ້ໂອ້ລົມກັນວ່າ.

ຈະເອົາໄປປະດິດສະຖານຢູ່ວັດບ້ານຄວ້ານ ແຕ່ພໍລ່ອງເຮືອມາຮອດກ້ອງບ້ານມ່ວງຄຳທ່າຫີນ ຫຼືເອີ້ນວ່າຫາດຄວາຍ ຂອງບ້ານສຼີບຸນເຮືອງ ພຣະເຈົ້າແສນແຊ່ ກໍເຮັດໃຫ້ເກີດປະຕິຫານອັດສະຈັນ ເໝືອນມີຈິດວິນຍານຢູ່ໆເຮືອກາບກໍ່ໄດ້ ເບ່ງຊາຍ ເບ່ງຂວາ ຢ່າງແຮງເຮັດໃຫ້ພຣະເຈົ້າແສນແຊ່ ຕົກອອກຈາກເຮືອກາບຈົມຫາຍລົງໄປໃນແມ່ນ້ຳຂອງ ໂດຍທີ່ວ່າເຮືອບໍໄດ້ຄວ້ຳຫຼືຈົມລົງແຕ່ຢ່າງໃດ.

ເພາະວ່າບໍລິເວນນັ້ນແຕ່ກ່ອນເປັນວັງເລິກເອົາໄມ້ສຸດກົກສຸດປາຍມາຢັ່ງລົງກໍ່ບໍ່ເຖິງ ປະຊາຊົນຈຶ່ງພາກັນກັບບ້ານໂດຍໝົດຄວາມສາມາດທີ່ຈະເອົາຄືນມາໄດ້.

ພຣະເຈົ້າແສນແຊ່ອົງນີ້ ມາປະດິດສະຖານທີ່ວັດສີບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມາເປັນເວລາ 173 ປີ ຜ່ານມາແລ້ວ ( ປີ ຄສ 2016-1843 = 173 ປີ )ຫຼັງຈາກນັ້ນພຣະເຈົ້າແສນແຊ່ໄດ້ຂຶ້ນມາປະດິດສະຖານຢູ່ວັດບ້ານສຼີບຸນເຮືອງແລ້ວກໍໄດ້ມີປະຊາຊົນຜູ້ມີຈິດໃຈເຫຼື້ອມໃສໃນພຸດທະສາສະໜາພາກັນມາຂາບໄຫວ້ບູຊາ ເຮັດໃຫ້ບ້ານສຼີບຸນເຮືອງ ມີຄວາມຮຸ່ງເຮືອງສີວິໄລມາຈົນເຖິງປັດຈຸບັນນີ້ ກໍ່ດ້ວຍພຣະບາຣະມີຂອງພຣະເຈົ້າແສນແຊ່ອົງນີ້ມາປະດິດສະຖານ ເຮັດໃຫ້ເປັນສູນລວມຈິດໃຈຂອງປະຊາຊົນມີຄວາມສາມັກຄີກັນຕະຫຼອດມາ.

ພຣະອົງນີ້ເປັນພຣະພຸທທະຮູບທີ່ມີລັກສະນະທີ່ງດງາມ ແລະເປັນພຣະພຸທທະຮູບທີ່ມີຜູ້ຄົນເຄົາຣົບນັບຖືເປັນຢ່າງສູງ ເຊັ່ນດຽວກັນ ຖ້າໃຜໄປເມືອງຫລວງພຣະບາງ ບໍ່ໄດ້ໄປໄຫວພຣະບາງ ແລະພຣະຫມ່ານ ກໍ່ຄົງບໍ່ຮອດຫລວງພຣະບາງ , ຖ້າໃຜໄປອຸດົມໄຊ ບໍ່ໄດ້ໄຫວພຣະເຈົ້າສິງຄຳ ເມືອງຫລ້າ ກໍ່ຄົງບໍ່ຮອດ ແຂວງອຸດົມໄຊ ແລະຖ້າໃຜໄປເມືອງຕົ້ນເຜິງ ຫລືແຂວງບໍ່ແກ້ວ.

ບໍ່ໄດ້ໄປຂາບໄຫວ ພຣະເຈົ້າແສນແຊ່ ກໍ່ຄົງບໍ່ຮອດເມືອງຕົ້ນເຜິງ ແຂວງບໍ່ແກ້ວ.ຂໍ້ມູນເນື້ອໃນ ໄດ້ມາຈາກ ສາທຸ ຂັດຕິຍະບາຣະມີ ວັດສີບຸນເຮືອງ ເມືອງຕົ້ນເຜີງ ແຂວງບໍ່ແກ້ວຂອບໃຈ.

ຮູບພາບ: Houmphet manisouk

Leave a Reply

Your email address will not be published. Required fields are marked *