ອີງຕາມແຈ້ງການສະບັບເລກທີ່ 770/ ຫສນຍ.

ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ໄຊສົມບູນ-ຊຽງຂວາງ-ຫົວພັນ ອອກສູ່ ຊາຍແດນລາວຫວຽດນາມ (ດ່ານສາກົນນຳ້ໂສຍ) ດ້ວຍຮູບແບບ BOT.
ຂອງສຳນັກງານນາຍົກລັດຖະມົນຕີ ຫາ ກະຊວງໂຍທາທິການແລະ ຂົນສົ່ງ.

ເລື່ອງ:ທິດຊີ້ນຳກ່ຽວກັບການສະເໜີຮັບເອົາໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ໄຊສົມບູນ-ຊຽງຂວາງ-ຫົວພັນ ອອກສູ່ ຊາຍແດນລາວຫວຽດນາມ (ດ່ານສາກົນນຳ້ໂສຍ) ດ້ວຍຮູບແບບ BOT.
ເຊີ່ງມີເນື້ອໃນສຳຄັນດັ່ງນີ້:

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນຳ ຂອງທ່ານນາຍົກລັດຖະມົນຕີ ມາຍັງທ່ານຊາບວ່າ: ໃຫ້ກະຊວງໂຍທາທິການແລະຂົນສົ່ງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົນຄວ້າລະອຽດ ແລະ ໃຫ້ທັດສະນະ ແລ້ວມີຄວາມເຫັນລາຍງານທ່ານ ນາຍົກລັດຖະມົນຕີ ພາຍໃນ 15ວັນ ລັດຖະການ.

-ຖືວ່າເປັນເລື່ອງທີ່ໜ້າຍິນດີ ຂອງພີ່ນ້ອງຊາວລາວ ທີ່ຈະໄດ້ຊົມໃຊ້ ຖະໜົນຫົນທາງ ເພື່ອເດີນທາງສັນຈອນໄປມາ ລະຫວ່າງແຂວງຫາແຂວງ ທີ່ມີຄວາມສະດວກສະບາຍຂື້ນ.
ຖ້າຕິດຕາມຂ່າວດີຕອນຕໍ່ໄປ.
BOT : Build Operate Transfer.

ບໍລິສັດເອກະຊົນ ສຳປະທານຈາກລັດຖະບານ ໃນການລົງທຶນກໍ່ສ້າງ ແລະ ດຳເນີນງານເພື່ອຫາຜົນຕອບແທນໃນໄລຍະທີ່ກຳນົດໄວ້.