ຂ່າວດີ ແຊຕໍ່ ສປຈີນ ຈະຊ່ ວ ຍ ວັ ກ ຊິ ນໃຫ້ລາວອີກ 400.000 ໂດຍ

ຈີນຈະສະໜອງວັກຊີນປ້ອງກັນໂຄວິດ ໃຫ້ລາວອີກ 4 ແສນໂດສໃນໄວໆນີ້ໃນໂອກາດມອບ-ຮັບວັກຊີນຊີໂນຟາມຂອງຈີນ 1,000,000 ໂດສຢ່າງເປັນທາງການຢູ່ທີ່ກະຊວງສາທາລະນະສຸກເມື່ອວັນທີ 11 ສິງຫານີ້, ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປລາວໄດ້ກ່າວກັບທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວວ່າ: ກອງທັບປົດປ່ອຍປະຊາຊົນຈີນຈະສະໜອງວັກຊີນປ້ອງກັນໂຄວິດແລະອຸປະກອນການແພດທີ່ຈໍາເປັນໃຫ້ກັບກອງທັບປະຊາຊົນລາວອີກ 400,000 ໂດສພາຍ ໃນໄວໆນີ້.

ທ່ານ ຈ່ຽງຈ້າຍຕົ່ງ ກ່າວວ່າ: ໃນຖານະທີ່ ສປ ຈີນ ແລະ ສປປ ລາວເປັນຄູ່ຮ່ວມຊາຕາກຳ, ຝ່າຍຈີນໄດ້ໃຫ້ຄວາມສຳຄັນສູງຕໍ່ການຮ່ວມມືການຕ້ານພະຍາດໂຄວິດ-19 ກັບຝ່າຍລາວ ໂດຍໄດ້ມອບວັກຊີນເກືອບ 3 ລ້ານໂດສໃຫ້ແກ່ລາວ ແລະຈະສືບຕໍ່ມອບວັກຊີນ ພ້ອມອຸປະກອນການແພດທີ່ຈຳເປັນອີກຊຸດໃຫ້ແກ່ລາວອີກ 400,000 ໂດສໃນໄວໆນີ້ ເພື່ອປະກອບສ່ວນໃຫ້ລັດຖະບານລາວບັນລຸເປົ້າໝາຍການສັກວັກຊີນໃຫ້ກັບປະຊາກອນເຖິງໄດ້ 50% ພາຍໃນປີ 2021.

ທ່ານ ຈ່ຽງຈ້າຍຕົ່ງ ກ່າວຕື່ມວ່າ: ພາຍໃຕ້ສະຖານະການທີ່ພະຍາດໂຄວິດ-19 ພວມລະບາດຢູ່ທົ່ວໂລກ, ການສັກວັກຊີນໃຫ້ປະຊາຊົນໃຫ້ທົ່ວເຖິງ ຢູ່ບັນດາປະເທດກຳລັງພັດທະນານັ້ນເປັນສິ່ງທ້າທາຍອັນໜຶ່ງ. ຈີນໄດ້ປະຕິບັດຕາມຄຳໝັ້ນສັນຍາທີ່ເອົາວັກຊີນເປັນຜະລິດຕະພັນສາທາລະນະຢ່າງສະເໝີຕົ້ນສະເໝີປາຍ ເຊິ່ງໄດ້ມອບວັກຊີນໃຫ້ແກ່ບປະເທດຕ່າງໆຫຼາຍກວ່າ 770 ລ້ານໂດສ ເຊິ່ງເປັນອັນດັບ 1 ຂອງໂລກ.

ຂ່າວແຈ້ງວ່າ: ໄລຍະຜ່າມາເຖິງປັດຈຸບັນ ສປ ຈີນໄດ້ສະໜອງອຸປະກອນການແພດ ໂດຍສະເພາະຢາວັກຊີນໃຫ້ ສປປ ລາວມາແລ້ວ 5 ຄັ້ງ ລວມທັງໝົດ 2,900,000 ໂດສ ເພື່ອປະກອບສ່ວນເຂົ້າໃນການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງໂຄວິດ ໃນປະເທດລາວ ກໍ່ຄືພາກພື້ນ ແລະສາກົນ.

Leave a Reply

Your email address will not be published. Required fields are marked *