ແມ່ຖືພາ 5 ເດືອນ ເສຍຊີວິດຈາກ ໂ ຄ ວິ ດ ກໍລະນີ ທີ 9 ຂອງສປປລາວ

ຈາກການ​ຖະແຫຼງຂ່າວ​ຂອງ​ຄະນະສະ​ເພາະກິດ​ ເພື່ອ​ປ້ອງກັນ​ ຄວບຄຸມ​ ແລະ​ ແກ້ໄຂການລະບາດຂອງພະຍາດໂຄວິດ-19​ ປະຈຳວັນທີ 12 ສິງຫາ 2021​ ໂດຍ​ ທ່ານ​ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວວ່າ:

ປະຫວັດຜູ້ເສຊີວິດຈາກການຕິດເຊື້ອພະຍາດໂຄວິດໃນວັນທີ 11 ສິງຫາ ຜ່ານມາ 1 ກໍລະນີ ຢູ່ແຂວງຈຳປາສັກ ໂດຍມີລາຍລະອຽດດັ່ງນີ້ເປັນເພດຍິງ, ອາຍຸ 28 ປີ, ອາຊີບກຳມະກອນ, ບ້ານສົ້ມໂຮງ, ເມືອງໂຂງ, ແຂວງຈຳປາສັກ ເຊິ່ງເປັນແຮງງານທີ່ກັບມາຈາກປະເທດໄທ, ຜູ້ກ່ຽວຖືພາ ອາຍຸຄັນ 5 ເດືອນ ໂດຍປະຫວັດການເຄື່ອນໄຫວ:

ວັນທີ 17 ກໍລະກົດ 2021 ຜູ້ກ່ຽວມາຮອດຊາຍແດນວັງເຕົ່າຊ່ອງເມັກ ແລະ ໄດ້ເກັບຕົວຢ່າງຢູ່ດ່ານ ແລະ ນຳສົ່ງໄປສູນຈຳກັດບໍລິເວນ.ວັນທີ 19 ກໍລະກົດ 2021 ຜົນກວດວິເຄາະພົບເຊື້ອ COVID-19 ຈຶ່ງນໍາສົ່ງເຂົ້າສະຖານທີ່ປິ່ນປົວທີ່ກຳນົດໄວ້, ວັນທີ 1 ສິງຫາ 2021 ເລີ່ມມີອາການໄຂ້, ໄອ ແລະ ຫາຍໃຈຝຶດ,

ອາການຂອງຜູ້ກ່ຽວ ຊຸດໂຊມລົງເລື້ອຍໆ ຈາກການສ່ອງລັງສີປອດ ເຫັນວ່າເນື້ອປອດ ຖືກທຳລາຍຢ່າງຮູນແຮງທັງສອງຂ້າງ, ໜ້າທີ່ການຂອງຕັບຖືກທຳລາຍ ບົ່ງບອກເຖິງການຕິດເຊື້ອຢ່າງຮຸນແຮງ, ແພດໝໍ, ພະຍາບານ ໄດ້ຕິດຕາມການປິ່ນປົວຢ່າງໃກ້ຊິດ ແຕ່ອາການຜູ້ກ່ຽວບໍ່ດີຂຶ້ນ ມີແຕ່ໜັກໄປໜ້າເລື້ອຍໆ.

ໃນວັນທີ 8 ສິງຫາ 2021 ລູກໃນທ້ອງບໍ່ເໜັງຕິີງ, ວັນທີ 10 ສິງຫາ 2021 ຜູ້ກ່ຽວອິດເມື່ອຍຫຼາຍ, ຄວາມດັນເລືອດຕ່ຳ ແພດໝໍ ແລະ ພະຍາບານ ໄດ້ສູມທຸກກຳລັງຊ່ວຍຜູ້ກ່ຽວຢ່າງສຸດຄວາມສາມາດ ຈົນຮອດເວລາ 6 ໂມງເຊົ້າຂອງວັນທີ 11 ສິງຫາ 2021 ຜູ້ກ່ຽວໄດ້ເສຍຊີວິດລົງ.

ຊົມຄຼິບ.

Leave a Reply

Your email address will not be published. Required fields are marked *