ພິທີມອບ-ຮັບ ວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 1.000.000 ໂດສ ໂດຍການຊ່ວຍເຫຼືອລ້າ ຈາກລັດຖະບານ ແຫ່ງ ສປ ຈີນ ໃຫ້ແກ່ ສປປ ລາວ, ຈັດຂຶ້ນຕອນເຊົ້າວັນທີ 11ສິງຫາ2021, ທີ່ກະຊວງສາທາລະນະສຸກ. ຕາງໜ້າລັດຖະບານ ສປ ຈີນ ກ່າວມອບໂດຍ ທ່ານ ຈ່ຽງ ຈາຍຕຸ່ງ, ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາ ສປປ ລາວ , ຕາງໜ້າລັດຖະບານລາວກ່າວຮັບໂດຍ ທ່ານພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໂດຍມີລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງທີ່ໄດ້ສົ່ງວັກຊີນ ປ້ອງກັນພະຍາດໂຄວິດ-19 ຈຳນວນ 1 ລ້ານໂດສ ມາຊ່ວຍ ສປປ ລາວໃນຄັ້ງນີ້ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ19 ຢູ່ ສປປ ລາວ.
ການຊ່ວຍເຫຼືອໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງນໍ້າໃຈເອື້ອເຟື້ອເພື່ອແຜ່ ຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ ແລະ ເປັນການຢືນຢັນເຖິງການເປັນເພື່ອນມິດສະຫາຍ ທີ່ເປັນມູນເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ,ເຊິ່ງປີນີ້ເປັນປີຄົບຮອບວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 60 ປີ, ຊຶ່ງເປັນປີມິດຕະພາບລະຫວ່າງສອງປະເທດທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງ.

ນອກຈາກນີ້, ທ່ານ ພັນຄຳ ວິພາວັນ ຍັງໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອອັນສະເໝີຕົ້ນສະເໝີປາຍ ບໍ່ວ່າຍາມໃດກໍ່ມີຄວາມເປັນຫ່ວງເປັນໃຍຕໍ່ ສປປ ລາວໂດຍສະເພາະໃນສະພາບປັດຈຸບັນທີ່ສປປ ລາວ ກຳລັງສຸມໃສ່ຮັບມືກັບແຮງງານລາວທີ່ຕິດເຊື້ອມາຈາກຕ່າງປະເທດມີຈຳນວນຫລາຍໃນແຕ່ລະວັນ.
ໃນຂະນະດຽວກັນ, ລັດຖະບານ ແລະ ປະຊາຊົນຈີນ ກໍ່ໄດ້ຮັບຜົນກະທົບຈາກພະຍາດລະບາດດັ່ງກ່າວ ແຕ່ກໍ່ໄດ້ບິແບ່ງການຊ່ວຍເຫລືອອັນລ້ຳຄ່າ ມາໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ຕະຫຼອດມາ.

ພ້ອມນັ້ນ, ການສັກຢາວັກຊີນ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ແມ່ນຄວາມຈຳເປັນໃນການປ້ອງກັນຊີວິດຂອງປະຊາຊົນລາວໃນຂອບເຂດທົ່ວປະເທດ ຊຶ່ງການຊ່ວຍເຫຼືອໃນຄັ້ງນີ້ ຈະເປັນການປະກອບສ່ວນສຳຄັນເຮັດໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການສັກຢາວັກຊີນໃຫ້ພົນລະເມືອງລາວໄດ້ 50% ຂອງພົນລະເມືອງພາຍໃນປີ 2021 ນີ້.

ໃນໂອກາດດຽວກັນ, ທ່ານ ຈ່ຽງ ຈາຍຕຸ່ງ ໄດ້ສະແດງຄວາມຍິນດີໃນການຊ່ວຍເຫຼືອຄັ້ງນີ້ ຊຶ່ງບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍຂອງ ສປ ຈີນຕໍ່ລັດຖະບານ ແລະ ປະຊາຊົນລາວ, ແຕ່ຍັງໄດ້ສ່ອງແສງໃຫ້ເຫັນເຖິງທາດແທ້ຂອງຄູ່ຮ່ວມຊະຕາກໍາລາວ-ຈີນ ໃນການຊ່ວຍໜູນກັນອີກດ້ວຍ.

ນີ້ແມ່ນການຊ່ວຍເຫລືອວັກຊິນຂອງ ສປ ຈີນ ໃຫ້ແກ່ ສປປ ລາວເປັນຄັ້ງທີ 5ເຊິ່ງມີຈໍານວນທັງໝົດເກືອບ 3ລ້ານໂດສ.
ວິທະຍຸກະຈາຍສຽງແຫ່ງຊາດ.