ວັນທີ 10 ສິງຫາ 2021 ເວລາປະມານ 16:00 ໂມງ ໜ່ວຍກູ້ໄພ ນະຄອນຫຼວງວຽງຈັນ 1624 ສູນສັ່ງການໄດ້ຮັບແຈ້ງເຫດວ່າມີເດັກນ້ອຍຕົກນ້ຳ ທີ່ບ້ານໃໝ່ ເມືອງສີໂຄດ ນະຄອນຫຼວງວຽງຈັນ.

ຈາກຂໍ້ມູນທີ່ຮູ້ເບື້ອງຕົ້ນແມ່ນ: ມີເດັກນ້ອຍສາມຄົນຕົກນ້ຳ ແລະ ໄດ້ເສຍຊີວິດ 2 ຄົນ (ເປັນຜູ້ຍິງທັງສອງ) ອີກຄົນໜຶ່ງແມ່ນກຳລັງຮັກສາໂຕຢູ່ໂຮງໝໍກຳລັງເບິ່ງອາການ.

ເຊິ່ງທາງຄອບຄົວແມ່ນຍັງຕ້ອງການຄວາມຊ່ວຍເຫຼືອ, ຫາກໃຜໃຈບຸນຢາກຮ່ວມກິນຮ່ວມທານ ຊ່ວຍເຫຼືອເຫຼືອເພິ່ນສາມາດຊ່ວຍເຫຼືອຜ່ານທາງບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE.ເລກບັນຊີ:ກີບ/LAK: 010120000993902001

ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດຄັ້ງນີ້ດ້ວຍ.

ຂໍ້ມູນ: ໜ່ວຍກູ້ໄພ ນະຄອນຫຼວງວຽງຈັນ 1624- ສູນສັ່ງການ.

ຄລິບທີ 1:
ຄລິບທີ 2:
Northern Times News