ຊາວມຽນມາ..ດີໃຈ…!!! ໄດ້ຮັບການຊ່ວຍເຫຼືອຈາກ ຫຼາຍພາກສ່ວນແລະປະຊາຊົນຄົນລາວ ມີທັງເຂົ້າສານອາຫານແຫ້ງຄົບຊຸດ

ໃນຕອນແລງຂອງວັນທີ 10 ສິງຫາ 2021 ທີ່ຜ່ານມາ ທ່ານ ນ.ທອງຄູນ ພົນທອງສີ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ຕ່າງໜ້າອົງການປົກຄອງແຂວງບໍ່ແກ້ວ.

ໄດ້ນຳເອົາເຂົ້າສານອາຫານແຫ້ງ ທີ່ໄດ້ຮັບການຊ່ວຍເຫຼື່ອຈາກ ອົງການປົກຄອງແຂວງບໍ່ແກ້ວ ໄປແຈກຢາຍໃຫ້ແຮງງານມຽນມາ ທີ່ອາໄສຢູ່ໃນສະລຳມຽນມາ.

ເຊິ່ງເປັນຄັ້ງທີ 3 ທີ່ອົງການປົກຄອງແຂວງບໍ່ແກ້ວໄດ້ນຳເອົາສະບຽງອາຫານມາຊ່ວຍເຫຼື່ອ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19.

ສຳລັບແຮງງານລາວທີ່ອາໄສຢູ່ພາຍໃນເຂດ ແລະ ຍັງຂາດແຄນທາງດ້ານສະບຽງອາຫານໃຫ້ຕິດຕໍ່ກັບຄະນະສະເພາະກິດດັ່ງລຸ່ມນີ້:

​​(ໜ່ວຍງານຄຸ້ມຄອງແຮງງານ ແລະ ສະໜອງສະບຽງອາຫານ)

1. ທ່ານ ຄຳສະຫວາດ ແກ້ວປັນຍາ 020 23653656

2. ທ່ານ ບຸນເຖິງ ແກ້ວຄຳເພັງ 020 55787983

3. ທ່ານ ໂຕກຽວ ແກ້ວກຸນນະບຸດ 020 22381221

4. ທ່ານ ນ.ອາລິສາ ກັນສະນິດ 020 55400666

ຂອບໃຈທີ່ມ:ເຂດເສດຖະກິດພິເສດສາມຫຼ່ຽມຄຳ.

Southern Times News | ສານຂ່າວ ຈາກແດນໃຕ້

Leave a Reply

Your email address will not be published. Required fields are marked *