ໄປເບິ່ງແບບຢ່າງຈາກ ທ່ານ ຄຳໃບ ຈັນທະວົງສາ ອາຍຸ 57 ປີ ປະຊາຊົນບ້ານໂພສີທ່າ ເມືອງທ່າແຂກ ແຂວງຄຳມ່ວນ ແມ່ນຜູ້ທີ່ ປະກອບອາຊີບກະສິກຳແບບປະສົມປະສານ ໃນເນື້ອທີ່ດິນລວມປະມານ 2,5 ເຮັກຕາ ໃນນັ້ນແມ່ນໄດ້ປູກເຂົ້າ, ລ້ຽງແບ້, ງົວ, ຄວາຍ, ລ້ຽງປາ, ກົບ, ໄກ່ ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວໂດຍສະເລ່ຍປີລະ 100 ລ້ານກີບ.

ໂດຍທ່ານ ຄຳໃບ ໄດ້ເລົ່າວ່າ: ອາຊີບຂອງຕົນເອງໃນເມື່ອກ່ອນແມ່ນເປັນກຳມະກອນ ຮັບຈ້າງເຮັດເຮືອນ ເຊິ່ງລາຍໄດ້ ພໍແຕ່ກຸ້ມຢູ່ກຸ້ມກິນ ຕົກມາຮອດປີ 2008 ຕົນເອງໄດ້ຮັບເລືອກຕັ້ງເປັນຄະນະພັກບ້ານ ຈຶ່ງໄດ້ຕັດສິນໃຈຢຸດເຊົາ ຈາກການໄປເປັນກຳມະກອນຮັບຈ້າງ ແລ້ວຫັນມາເຮັດອາຊີບການປູກຝັງ-ລ້ຽງສັດ.

ເຊິ່ງໄດ້ຈັດສັນເນື້ອທີ່ນາຂອງຕົນເອງ ຈົກໜອງປາ ຈຳນວນ 02 ໜອງ ແລ້ວກໍ່ນຳເອົາລູກປາມາປ່ອຍ ລ້ຽງໄວ້ເພື່ອເປັນອາຫານການກິນພາຍໃນຄອບຄົວ ແລະ ໄດ້ສ້າງກະຊັງເພື່ອລ້ຽງກົບໃສ່ໃນໜອງປາ.

ເຊິ່ງສາມາດລ້ຽງກົບໄດ້ປະມານ 2.000-3.000 ພັນໂຕຕໍ່ໜຶ່ງຊຸດ ພ້ອມທັງໄດ້ຊື້ໂຮງສີເຂົ້າມາບໍລິການໃຫ້ແກ່ປະຊາຊົນຢູ່ພາຍໃນບ້ານ ໂດຍເອົາຮຳທີ່ໄດ້ຈາກການສີເຂົ້າມາລ້ຽງເປັດ, ໄກ່, ໝູ ເພື່ອຂາຍເປັນສິນຄ້າ.

ນອກນີ້ກໍ່ຍັງໄດ້ລ້ຽງງົວ, ຄວາຍ, ແບ້ ເຊິ່ງສັດແຕ່ລະປະເພດແມ່ນຈະບໍ່ລ້ຽງໄວ້ດົນ ກໍ່ຄືຖ້າສັດເຕີບໃຫຍ່ພໍຂາຍໄດ້ແລ້ວກໍ່ຂາຍອອກ ໂດຍທີ່ຍັງຮັກສາ ພໍ່-ແມ່ພັນໄວ້ ເພື່ອໃຫ້ຂະຫຍາຍອອກລູກໃນປີຕໍ່ໆໄປ. ເຊິ່ງໃນປະຈຸບັນແມ່ນມີສັດລ້ຽງປະເພດງົວ 08 ໂຕ, ຄວາຍ 02 ໂຕ, ແບ້ 15 ໂຕ, ກົບ 2.000 ກວ່າໂຕ, ເປັດ 70 ໂຕ, ໄກ່ 150 ໂຕ, ມີໂຮງສີເຂົ້າ 01 ເຄື່ອງ ແລະ ປູກເຂົ້າປະມານ 02 ເຮັກຕາ.

ນອກຈາກການ ປູກຝັງ-ລ້ຽງສັດແລ້ວ ພັນລະຍາຂອງຕົນເອງກໍ່ຍັງໄດ້ປະກອບອາຊີບຫັດຖະກຳ ຈັກສານຕິບເຂົ້າ ໂດຍໃນແຕ່ລະເດືອນກໍ່ຈະມີແມ່ຄ້າມາສັ່ງຊື້ຮອດເຮືອນ ໃນລາຄາໜ່ວຍລະ 20.000-30.000 ກີບ ໂດຍສະເລ່ຍແລ້ວໃນໜຶ່ງປີສາມາດສ້າງລາຍຮັບຈາກກິດຈະກຳຕ່າງໆໄດ້ປະມານ 100 ລ້ານກີບ.

ເຊິ່ງລາຍຮັບດັ່ງກ່າວນີ້ແມ່ນໄດ້ປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ ສາມາດສົ່ງລູກຮຽນຈົນຈົບລະດັບວິຊາຊີບ ແລະ ມີວຽກເຮັດງານທຳແລ້ວ 03 ຄົນ, ກຳລັງສຶກສາຢູ່ອີກ 01 ຄົນ, ມີເຮືອນຢູ່ 02 ຫຼັງ (ກຳລັງກໍ່ສ້າງໃກ້ຈະສຳເລັດແລ້ວ 01 ຫຼັງ), ມີລົດໃຫຍ່ 01 ຄັນ, ລົດຈັກ 03 ຄັນ ແລະ ມີເງິນເກັບແຮໄວ້ເປັນທຶນຮອນອີກຈຳນວນໜຶ່ງ.

ຂອບໃຈທີ່ມາ:Khammouane News