ມະຫາວິທະຍາໄລແຫ່ງຊາດ (ມຊ) ກຽມຈັດສອບເສັງຄັດເລືອກນັກສຶກສາໃໝ່ ສົກຮຽນ 2020-2021 ໃນວັນທີ 29 ສິງຫານີ້, ໂດຍເລີ່ມລົງທະບຽນໄດ້ຕັ້ງແຕ່ວັນທີ 3- 26 ສິງຫາ 2020 (ສາມາດລົງທະບຽນທາງອອນລາຍໄດ້). ຂະນະທີ່ມີແຜນຮັບນັກສຶກສາໃໝ່ເຂົ້າຮຽນທັງໝົດ 8.000 ຄົນ.

ອີງຕາມການໃຫ້ສຳພາດຂອງທ່ານ ຮສ.ດຣ ຄຳຜົງ ນາມມະວົງມີໄຊ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ເມື່ອວັນທີ 30 ກໍລະກົດ ຜ່ານມາ ໃຫ້ຮູ້ວ່າ: ໃນສົກສຶກສາ 2020-2021 ນີ້, ມະຫາວິທະຍາໄລແຫ່ງຊາດ ມີແຜນຮັບນັກສຶກສາເຂົ້າຮຽນທັງໝົດ 8.000 ຄົນ ລວມທຸກລະບົບ (ທັງພາກປົກກະຕິ, ຕໍ່ເນື່ອງ ແລະ ອະນຸປະລິນຍາ) ເທົ່າກັບປີຜ່ານມາ,

ແຕ່ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ມີຜົນກະທົບຕໍ່ລູກຫຼານທີ່ຈົບການສຶກສາສາຍສາມັນໃນປີນີ້ ພາດໂອກາດທີ່ຈະໄປສຶກສາຕໍ່ຢູ່ຕ່າງປະເທດ ເຊັ່ນ: ສສ ຫວຽດນາມ, ສປ ຈີນ ເປັນຕົ້ນ ທາງລັດຖະບານ ກໍຄືການນຳຂອງກະຊວງສຶກສາທິການ ແລະ ກິລາ ໄດ້ມີທິດຊີ້ນຳຕື່ມໂດຍໃຫ້ແຕ່ລະມະຫາວິທະຍາໄລຄົ້ນຄວ້າຕື່ມ ກ່ຽວກັບບັນດາສາຂາວິຊາທີ່ເປັນບູລິມະສິດໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ດ້ວຍການເພີ່ມຕົວເລກແຜນຮັບນັກສຶກສາເພີ່ມ ເຊັ່ນ: ຂະແໜງການກະເສດ, ປ່າໄມ້, ຊັບພະຍາກອນນ້ຳ, ສາຍທຳມະຊາດທີ່ເປັນພື້ນຖານໃຫ້ແກ່ການສຶກສາຂະແໜງການຕ່າງໆ ລວມທັງວິສະວະກຳສາດ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ສົກສຶກສານີ້ນັກຮຽນທີ່ຈົບສາຍສາມັນສຶກສາແມ່ນຫຼາຍກວ່າປີຜ່ານມາ ຢູ່ທີ່ 72.000 ກວ່າຄົນ ຈາກ 68.000 ຄົນໃນສົກສຶກສາ 2018-2019 (ຕາມສະຖິຕິກົມສາມັນສຶກສາ)

ໜັງສືພຶມ ສຶກສາແລະກິລາ