ຜູ້ຍິງກັດລິ້ນຕາຍ ຜູ້ຊາຍແຕ່ງກັນເອງ!!

ເປັນອີກຄູ່ຮັກທີ່ສ້າງຮອຍຍິ້ມໃຫ້ກັບຊາວເນັດ ເມື່ອ 2ໜຸ່ມຮັກກັນ ຕັດສິນໃຈຈັດງານໝັ້ນນ້ອຍໆ ໂດຍມີຄອບຄົວຮ່ວມເປັນສັກຂີພິຍານ ສວມແຫວນປົງຄ່າດອງຈອງໄວ້ກ່ອນ ຄ່ອຍແຕ່ງຕາມຫຼັງ.

ເປັນຄູ່ທີ່ໜ້າຮັກຫຼາຍ, ຈາກພາບທີ່ເຫັນຄືມີທຸກຄົນ ມີຄອບຄົວທີ່ຮັກ ເຂົ້າຮ່ວມສະແດງຄວາມຍິນດີກັບທັ້ງຄູ່, ເຊິ່ງແອັດເຊື້ອວ່າມັນເປັນສິ່ງພວກເຂົາທັງສອງຕ້ອງການທີ່ສຸດ.

ພາຍຫຼັງທີ່ພາບດັ່ງກ່າວ ຖືກເຜີຍແຜ່ອອກໄປ ກໍ່ມີຊາວເນັດເຂົ້າມາສະແດງຄວາມເຫັນເປັນຈໍານວນຫຼວງຫຼາຍ ເຊິ່ງລ້ວນເປັນການສະແດງຄວາມເຫັນໄປໃນທາງບວກ.

ຍິນດີກັບພວກເຂົາທັງສອງ.ແອັດເອງກໍ່ຂໍສະແດງຄວາມຍິນດີກັບທັງສອງຄົນເດີ້ ຂໍໃຫ້ຮັກກັນຈົນແກ່ຈົນເຖົ້າເບິ່ງແຍງດູແລແລະຢູ່ນຳກັນໄປດົນໆເດີ້້
