ສຶກສາອົບຮົມຜູ້ ລົງຂ່າວປອມ ສ້າງຄວາມວຸນວາຍ ວ່າມີຄົນຈີນໜີອອກຈາກສູນກັກໂຕໂຄວິດ (ມີຄຣິບ)

ຕໍ່ກັບເຫດການຄັ້ງວັນທີ 19 ກໍລະກົດ 2021 ທີ່ມີຜູ້ໃຊ້ເຟສບຸກ POUKLICk ໄດ້ໂພສຂໍ້ຄວາມ ວີດີໂອ ຜ່ານເຟສບຸກ ສ່ວນຕົວຂອງຜູ້ກ່ຽວວ່າ: ມີຄົນຈີນ ໄດ້ໂຕນໜີອອກຈາກສູນກັກກັນຄວບຄຸມການແຜ່ລະບາດພະຍາດໂຄວິດ 19 ແລ້ວມາກໍ່ຄວາມບໍ່ສະຫງົບ ຢູ່ຖະໜົນລະຫວ່າງເຂດບ້ານຮ່ອງແກຫາເຂດບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນເວລາ 23:45 ໂມງ ເຮັດໃຫ້ຄົນໃນສັງຄົມຮັບຮູ້ຂໍ້ມູນຂ່າວສານທີ່ຜິດ ຄາດເຄື່ອນກັບຄວາມເປັນຈິງ.

ດັ່ງນັ້ນ, ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ເຫັນວ່າຂໍ້ຄວາມວີດີໂອດັ່ງກ່າວແມ່ນບໍ່ມີມູນຄວາມເປັນຈິງ ຈຶ່ງໄດ້ຈັດຕັ້ງກຳລັງຊອກຫາຜູ້ໃຊ້ເຟສບຸກດັ່ງກ່າວ ແລະ ຮອດມື້ວັນທີ 22 ກໍລະກົດ 2021 ຈິງຊອກເຫັນເຟສບຸກຜູ້ກ່ຽວ ສາມາດຮູ້ໄດ້ຊື່ທ້າວ ສອນເພັດ ອາຍຸ 39 ປີ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ໃນວັນທີ 5 ສິງຫາ 2021 ເຈົ້າໜ້າທີ່ ປກສ ນວ ຈຶ່ງເຊີນມາສຶກສາອົບຮົມກ່າວເຕືອນ. ພ້ອມທັງ, ໃຫ້ຜູ້ກ່ຽວໄດ້ຊີ້ແຈງການໂພດເຫດການທີ່ບໍ່ຖືກຕ້ອງ ຕາມຄວາມເປັນຈິງຕໍ່ສັງຄົມອອນລາຍ ໃຫ້ເຂົ້າໃຈຖືກຕ້ອງ.

ພັທ ແຈ່ມ ເພັດມະນີ ຫົວໜ້າ ພະແນກ 202 ຜູ້ຮັບຜິດຊອບຕິດຕາມຂ່າວສານຜ່ານສື່-ອອນລາຍ ໄດ້ກ່າວວ່າ: ຕໍ່ກັບເຫດການຂອງຜູ້ໃຊ້ເຟສບຸກຊື່ POUKLICk (ທ້າວ ສອນເພັດ) ທີ່ຜູ້ກ່ຽວໄດ້ໂພສຂໍ້ຄວາມວີດີໂອລົງໄປນັ້ນ ເປັນການສ້າງຄວາມເສຍຫາຍ ຜ່ານສື່ອອນລາຍ ເຮັດໃຫ້ຄົນໃນສັງຄົມຮັບຮູ້ຂໍ້ມູນຂ່າວສານ ບໍ່ຖືກຕ້ອງຕາມຄວາມເປັນຈິງ ເຮັດໃຫ້ຄົນໃນສັງຄົມແຕກຕື່ນຢ້ານກົວ. ມາຮອດວັນທີ 5 ສິງຫາ 2021 ເຈົ້າໜ້າທີ່ ຈຶ່ງເຊີນເອົາ ທ້າວ ສອນເພັດ ມາສຶກສາອົບຮົມກ່າວເຕືອນ ພ້ອມທັງຊີ້ແຈງໃຫ້ຜູ້ກ່ຽວຮັບຮູ້ ແລະ ເຂົ້າໃຈເຫດການດັ່ງກ່າວວ່າ: ເປັນການປະຕິບັດງານຂອງເຈົ້າໜ້າທີ່ວຽກງານວິຊາສະເພາະ ໂດຍບໍ່ກ່ຽວຂ້ອງກັບການໂຕນໜີຈາກສູນກັກກັນ ກັ່ນຕອງພະຍາດໂຄວິດ 19.

ທ້າວ ສອນເພັດ ຊີ້ແຈງວ່າ: ໃນມື້ວັນທີ່ 19 ກໍລະກົດ 2021 ຜ່ານມາ ຕົນເອງໄດ້ອອກໄປກິນເຂົ້າ ເຂດບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຕອນກັບມາ ໄດ້ພົບເຫັນເຫດການທີ່ເກີດຂຶ້ນຢ່າງສົນລະວົນ ຕາມແຄມທາງແລ້ວເກີດຄວາມສົງໃສໃນເຫດການ ຈຶ່ງໄດ້ສອບຖາມປະຊາຊົນ ທີ່ຢູ່ໃນບໍລິເວນດັ່ງກ່າວວ່າ: ເກີດຍັງຂຶ້ນ ແລະ ໄດ້ຮັບເອົາຂໍ້ມູນມາວ່າ: ມີຄົນໂຕນໜີອອກຈາກສູນກັກກັນໂຄວິດ ຕົນເອງຈຶ່ງໄດ້ນຳເອົາຂໍ້ມູນ.

ຊົມຄຣິບ.

Lao News Time | ເວລາຂ່າວ ສຳລັບທ່ານ

Leave a Reply

Your email address will not be published. Required fields are marked *