WHO ຮ້ອງຮຽກໃຫ້ປະເທດຮັ່ງມີແລ້ວ ຢ່າຟ້າວສັກວັກຊີນເຂັມທີ 3 ເທື່ອ ປະໄວ້ໃຫ້ປະເທດຍາກຈົນໃຊ້ກ່ອນ.
ອົງການອະນາໄມໂລກຮຽກຮ້ອງໃຫ້ຊາດຮັ່ງມີສະລໍການສັກວັກຊີນຕ້ານໂຄວິດ ເຂັມທີ 3 ອອກໄປກ່ອນ ເພື່ອນຳວັກຊີນໄປໃຫ້ປະເທດມີລາຍໄດ້ໜ້ອຍ ຊຶ່ງຂະນະນີ້ອັດຕາການສັກວັກຊີນຕໍ່າຫຼາຍ.

ໃນວັນທີ 5 ສິງຫາ 2021 ນີ້ ສຳນັກຂ່າວ ແຊນແນລນິວສເອເຊຍ ລາຍງານວ່າ ດຣ. ເທດຣອດ ອັດຮາມອມ ເກເບຣເຢຊຸສ ຜູ້ອຳນວນການອົງການອະນາໄມໂລກ ອອກມາຮຽກຮ້ອງ ໃຫ້ປະເທດຕ່າງໆ ຜ່ອນແຜນການສັກວັກຊີນຕ້ານໂຄວິດ-19 ເຂັມທີ 3 ເພື່ອເປັນວັກຊິນກະຕຸ້ນພູມຄຸ້ມກັນອອກໄປຈົນເຖິງທ້າຍເດືອນກັນຍາເປັນຢ່າງໜ້ອຍ ເພື່ອນຳວັກຊິນໄປໃຊ້ໃນປະເທດຍາກຈົນ ແລະ ເຊື່ອວ່າການເຮັດແບບນີ້ຈະຊ່ວຍໃຫ້ທຸກປະເທດມີປະຊາກອນທີ່ໄດ້ຮັບວັກຊິນຢ່າງໜ້ອຍ 10% ຂອງປະຊາກອນທັງໝົດ.

WHO ຮ້ອງຮຽກໃຫ້ປະເທດຮັ່ງມີແລ້ວ ຢ່າຟ້າວສັກວັກຊີນເຂັມທີ 3 ເທື່ອ ປະໄວ້ໃຫ້ປະເທດຍາກຈົນໃຊ້ກ່ອນທັງນີ້ WHO ກຳລັງພະຍາຍາມຫາທາງຫຼຸດຊ່ອງວ່າງຄວາມເລື່ອມລໍ້າທາງວັກຊີນລະຫວ່າງປະເທດທີ່ມີລາຍຮັບສູງ ແລະ ຊາດທີ່ມີລາຍຮັບໜ້ອຍ ໂດຍພວກເຂົາຕ້ອງການໃຫ້ທຸກປະເທດໃນໂລກມີປະຊາກອນທີ່ໄດ້ຮັບວັກຊີນແລ້ວຢ່າງໜ້ອຍ 10% ພາຍໃນເດືອນ ກັນຍາ ແຕ່ແນວໂນ້ມໃນປັດຈຸບັນເຮັດໃຫ້ສິ່ງທີ່ພວກເຂົາຕ້ອງການບໍ່ສາມາດເກີດຂຶ້ນໄດ້.
