ບໍ່ຊ່ວຍເງິນ ກໍຊ່ວຍແຊຣ ເສ ຍຊີວີ ດບໍ່ມີໂລງໃສ່

ພໍ່ແກ້ວອຸດອນ ອາຍຸ51ປີ ເສຍຊີວີດບໍ່ມີໂລງໃສ່ ຜູ້ເປັນເມຍ ນາງແສງໂສພາ ຈື່ງ ອອກມາຂໍວອນຜູ້ເມດຕາບໍລິຈາກຊ່ວຍເງີນຊື້ໂລງໃຫ້ຜົວຕົນ ຜູ້ກ່ຽວຢູ່ບ້ານນາໂນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

??ເມື່ອເສົາເຮືອນຂອງບ້ານນາງແສງໂສພາ ຕ້ອງມາຈາກໄປ….ຜູ້ເປັນເມຍໄດ້ແຕ່ຮ້ອງໃຫ້ວອນຂໍ?? ຜູ້ໃຈດີມາເມດຕາ ດ້ວຍຄວາມວ່າທຸກຍາກລຳບາກ ແຕ່ລະຄົນບໍ່ສາມາດເຮັດວຽກຫນັກໄດ້ ນອກຈາກປ່ວຍທຸກຄົນແລະມີອາຍຸຫຼາຍ ອາໃສຜູ້ເປັນລູກ ກະບໍ່ພໍກຸ້ມກີນຄືກັນ ຜູ້ຕາຍ ເຈັບກໍ່ອົດປາກກັດຕີນຖີບ ອົດຫາລ້ຽງຊີບຕ້ອງສູ້ຊົນ ເຈັບປ່ວຍກໍ່ອົດທົນ ຫາເງີນດ້ວຍອາຊີບກຳມະກອນ ຫາເງີນລ້ຽງຄອບຄົວຈົນບໍ່ມີເງີນໄປຫາໝໍ ລໍແຕ່ຖ້າມື້ປ່ວຍໜັກ ຈົນກະທັງເສຍຊີວີດຈາກໂລກໄປ.

ດ້ວຍຄວາມວ່າເມຍອີ່ດູສົງສານຜົວ ເຫັນແຕ່ຜົວຫາເງີນລ້ຽງຄອບຄົວ ບໍ່ມີວັນເຄີຍຢູ່ສະນຸກສຸກສະບາຍ ທຸກກາຍຜົວກະສູ້ໃຫ້ຊີວີດທີ່ມີພາລະຢູ່ໄດ້ມີຢູ່ມີກີນປະທັງຊີວິດໄຫ້ພົ້ນວັນໆ ໃນວັນຜົວຕາຍຈື່ງຂໍວອນໃຫ້ຜົວມີເຮືອນງາມງາມມີໂລງໃສ່ຄືຫມູ່ ແຕ່ສະຕາໂຕນາງເອງ ເງີນຕິດຖົງກໍ່ບໍ່ມີຈື່ງຂໍວອດທາງສະມາຄົມເຮົານີ້ເປັນຝ່າຍຈັດງານໃຫ້ ??????

ແລະຊໍຄວາມເຫັນໃຈນຳສັງຄົມຊ່ວຍເມດຕາ ເພາະໂຕເອງກະໄປຫາກີນລຳບາກ ແຖມມີພາລະອີກຫຼາຍ ທີ່ຕ້ອງດູແລ ໃນວັນທີ່ຜົວບໍ່ຢູ່ນ ມີທັງແມ່ເຖົ້າທີ່ຢູ່ໄກ້ກັນ ທີ່ເຄີຍຂານອາສາເບີ່ງແຍງດູແລ ກັນໄປນຳກັນຈົນຈາກກັນ ແຕ່ວັນນີ້ ນາງແສງໂສພາ ເໝືອນກັບວ່າກາຍເປັນຫົວໜ້າຄອບຄົວພຽງຊົ່ວຕຳ່ຄືນສະນັ້ນຈື່ງຂໍວອນຄວາມເຫັນໃຈໃຫ້ຜູ້ມີເມດຕາຊ່ວຍ5ຊ່ວຍ10ຊື້ໂລງໃຫ້ຜົວນາງໄດ້ນອນບ່ອນດີດີນຳເພີ່ນດ້ວຍເຖີດ ສາທຸ

ທ່ານສາມາດສົບທົບຊ່ວຍເຫຼືອຜ່ານຊ່ອງທາງ ບັນຊີສະມາຄົມ ບັນເທົາທຸກ ນະຄອນຫຼວງ.

ທີ່: ເລກບັນຊີ ທະນາຄານການຄ້າ ຕ່າງປະເທດລາວ

THE ASSOCIATION OF ASSISTANCE AND RELIEF VIENTIANE CAPITAL 010120001940404001 ກີບ

Leave a Reply

Your email address will not be published. Required fields are marked *