ເຈົ້າໜ້າທີ່ກອງຄຸ້ມຄອງພາສີ l ແຂວງຫຼວງນໍ້າທາ ຢຶດພະຫະນະນໍາເຂົ້າຜິດຕາມກົດໜາຍ .

ເຈົ້າໜ້າທີ່ກອງຄຸ້ມຄອງພາສີ l ແຂວງຫຼວງນໍ້າທາ ຢຶດພະຫະນະນໍາເຂົ້າຜິດຕາມກົດໜາຍ.

ອີງຕາມການລາຍງານຂອງຂະແໜງສືບສວນສອບສວນ ແລະ ປາບປາມ ການລັກລອບສິນຄ້າໜີພາສີ ກອງຄຸ້ມຄອງພາສີ l ແຂວງຫຼວງນໍ້າທາ ໃຫ້ຮູ້ໃນວັນທີ 4 ສິງຫາ 2021 ເພື່ອເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ ລົງວັນທີ 29 ມີຖຸນາ 2020 ແລະ ແກ້ໄຂປະກົດການຫຍໍ້ທໍ້ກ່ຽວກັບພາຫະນະລັກລອບນໍາເຂົ້າໜີພາສີ ໃຫ້ໄດ້ຮັບການແກ້ໄຂຕາມຂັ້ນຕອນຂອງກົດໝາຍວ່າດ້ວຍພາສີ ຢ່າງເຂັ້ມງວດ ແລະ ຮັບປະກັນການເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງໂປ່ງໃສ ແລະ ທັນເວລາ ທັງເປັນການປົກປ້ອງຜົນປະໂຫຍດຜູ້ປະກອບການ, ຄວາມປອດໄພຂອງສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ, ໃນດ້ານການປະກອບສ່ວນ ການພັດທະນາເສດຖະກິດ – ສັງຄົມ ເຊິ່ງໃນໄລຍະເດືອນພຶດສະພາ ຫາ ເດືອນກໍລະກົດ 2021 ຜ່ານມານີ້ ເຈົ້າໜ້າທີ່ກອງຄຸ້ມຄອງພາສີ l ແຂວງຫຼວງນໍ້າທາ ໄດ້ຢຶດພາຫະນະນໍາເຂົ້າແບບບໍ່ຖືກຕ້ອງ ຢູ່ດ່ານພາສີຊາຍແດນ ແລະ ນອກດ່ານພາສີຊາຍແດນ ຈໍານວນ 9 ຄັນ ເຊິ່ງມີດັ່ງນີ່.

ລົດບັນທຸກ 06 ລໍ້ຍີ່ຫໍ້ DONGFENG ສີຟ້າ ຜູ້ກະທໍາຜິດ ຄົນຈີນ,

ລົດບັນທຸກ 06 ລໍ້ ຍີ່ຫໍ້ ISUZU ສີຂາວ ຜູ້ກະທໍາຜິດ ຄົນຈີນ.

ລົດເກັງຍີ່ຫໍ້ TOYOTA CAMRY ສີດໍາ ຜູ້ກະທໍາຜິດ ຄົນຈີນ.

ລົດເກັງຍີ່ຫໍ້ TOYOTA COROLLA ສີຂາວ ຜູ້ກະທໍາຜິດ ຄົນຈີນ.

ລົດຈິບຍີ່ຫໍ້ TOYOTA LANDCRUISER ສີຂາວ ບໍ່ຮູ້ເຈົ້າຂອງ.

ລົດຈິບ ຍີ່ຫໍ້ HYUNDAI SANTAFE ສີດໍາ ບໍ່ຮູ້ເຈົ້າຂອງ.

ລົດຈິບ ຍີ່ຫໍ້ HONDA CR-V ສີຂາວ ບໍ່ຮູ້ເຈົ້າຂອງ.

ລົດຈິບຍີ່ຫໍ້ TOYOTA LEXUS ສີຂາວ ບໍ່ຮູ້ເຈົ້າຂອງ .

ລົດເກັງຍີ່ຫໍ້ BENZ ສີປອນ ບໍ່ຮູ້ເຈົ້າຂອງ.

ຜ່ານມາລະຫວ່າງເດືອນມີຖຸນາ ແລະ ເດືອນກໍລະກົດ 2021 ກອງຄຸ້ມຄອງພາສີ l ກໍ່ໄດ້ປະກາດແຈ້ງການຫາເຈົ້າຂອງພາຫະນະ 2 ຄັ້ງໃຫ້ເຂົ້າມາພົວພັນເອົາແຕ່ບໍ່ເຫັນເຈົ້າຂອງພາຫະນະມາພົວພັນ ສະນັ້ນ, ຈຶ່ງຂໍຖືໂອກາດນີ້ແຈ້ງຄືນຕື່ມ ນັບແຕ່ວັນທີ 6 ສິງຫາ 2021 ເປັນຕົ້ນໄປ (ກໍານົດເວລາ 21 ວັນ) ໃຫ້ເຂົ້າມາພົວພັນນໍາຂະແໜງສືບສວນສອບສວນ ແລະ ປາບປາມ ການລັກລອບສິນຄ້າໜີພາສີ ປະຈໍາກອງຄຸ້ມຄອງພາສີ l ແຂວງຫຼວງນໍ້າທາ ສໍານັກງານຕັ້ງຢູ່ສາມແຍກ ບ້ານນາເຕີຍ ເມືອງຫຼວງນໍ້າທາ .

ຖ້າຫາກທ່ານໃດເປັນເຈົ້າຂອງລົດດັ່ງກ່າວໃຫ້ຖືເອກະສານທີ່ກ່ຽວຂ້ອງ ເຊິ່ງປະກອບມີໃບຢັ້ງຢືນທີ່ຢູ່ ຫຼື PASSPORT, ເອກະສານຊື້-ຂາຍ, ເອກະສານຢັ້ງຢືນກ່ຽວກັບພາຫະນະ ແລະ ໃບມອບສິດ ໃນໂມງລັດຖະການ ຖ້າຫາກກາຍເວລາກໍານົດ ພາຫະນະຈະຕົກເປັນຂອງລັດ ແລະ ຖືກດໍາເນີນຕາມລະບຽບກົດໝາຍ.

ຂໍ້ມູນຈາກ .

Leave a Reply

Your email address will not be published. Required fields are marked *