ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ໄດ້ໃຫ້ຮູ້ວ່າ: ວັນພະຫັດ ວັນທີ 5 ສິງຫາ 2021, ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ ນະຄອນຫຼວງວຽງຈັນ 3 ຄົນ, ເຊິ່ງມີລາຍລະອຽດດັ່ງນີ້:

– ຄົນທີ 1 ແມ່ນພະນັກງານຢູ່ສູນຈຳກັດບໍລິເວນ
– ຄົນທີ 2 ແມ່ນສັນຊາດ ຫວຽດນາມ ກວດພົບເຊື້ອກ່ອນເດີນທາງກັບປະເທດ, ເປັນເພດຊາຍ ອາຍຸ 30 ປີ, ຜູ້ກ່ຽວເດີນທາງມາຈາກ ສສ ຫວຽດນາມ ໃນໄລຍະວັນທີ 7-8 ກໍລະກົດ 2021 ມາຮອດແຂວງບໍ່ແກ້ວ ວັນທີ 9-10 ກໍລະກົດ ແລະໄດ້ເຮັດວຽກຢູ່ແຂວງບໍ່ແກ້ວ (ບໍ່ຮູ້ຢູ່ບ່ອນໃດ),

ວັນທີ 4 ສິງຫາ 2021 ເວລາ 10 ໂມງເຊົ້າ ເດີນທາງມານະຄອນຫຼວງວຽງຈັນ ນຳກັນ 20 ຄົນ, ເມື່ອມາຮອດຄິວລົດສາຍເໜືອ ຜູ້ກ່ຽວ ໄດ້ເດີນທາງໄປກວດວິເຄາະ ຢູ່ ສວລ ກ່ອນເດີນທາງກັບປະເທດ ແລະ ຜົນກວດແມ່ນເປັນບວກ (ພົບເຊື້ອໂຄວິດ)– ສ່ວນຄົນທິ 3 ອອກຈາກສູນຈຳກັດບໍລິເວນ ພາຍຫຼັງສິ້ນສຸດການຈຳກັດບໍລິເວນ 14 ວັນ.

Lao Times News | Your Time Your News