ຄົນໄທຫຼາຍລ້ານຄົນອິດສາ ເກັບເຫັດຫຼົງຂ້າມຝັ່ງລາວໄດ້ສັກວັກຊີນ

ອີງຕາມຂ່າວຊ່ອງ3​ ຂອງໄທລາຍງານວັນທີ 2​ ສິງຫາ​ 2021​ ນີ້ໃຫ້ຮູ້ວ່າ ມີຊາວບ້ານ 7​ ຄົນທີ່ໄປເກັບເຫັດເຂດຊາຍແດນລາວ-ໄທ ເມືອງປະທຸມພອນແຂວງຈຳປາສັກ​ກັບອຸບົນຣາຊະທານີຂອງໄທ​ ຈຶ່ງຖືກເຈົ້າໜ້າທີ່ທາງການລາວຈັບຕົວໄດ້ ພ້ອມປະຕິບັດຕາມກົດລະບຽບຝັ່ງລາວ.

ຝ່າຍເຈົ້າໜ້າທີ່ໄທກໍໄດ້ປະສານແກ້ໄຂເຫດທີ່ເກີດຂຶ້ນຍ້ອນຄວາມຮູ່ເທົ່າບໍ່ເຖິງການຂອງຊາວບ້ານ​ ບໍ່ໄດ້ມີເຈຕະນາອື່ນໃດ ທາງການລາວກໍໄດ້ຕົກລົງເຫັນດີແຕ່ຕ້ອງປະຕິບັດຕາມມາດຕະການຝັ່ງລາວ ຄືກັກໂຕ 14​ວັນ,​ ກວດຫາເຊື້ອໂຄວິດ-19​ ໃຫ້​ລະອຽດ​ ພ້ອມກ່າວວ່າຈະສັກວັກຊີນໃຫ້ກ່ອນສົ່ງກັບໄທໂດຍບໍ່ຖືໂທດ​ ເຊິ່ງວັກຊີນດັ່ງກ່າວອາດແມ່ນ J&J ເນື່ອງຈາກວ່າສັກເຂັມດຽວແລ້ວໆເລີຍ.

ຈາກຂ່າວດັ່ງກ່າວນີ້ສ້າງຄວາມຮືຮາໃຫ້ກັບສັງຄົມໄທຫຼາຍລ້ານຄົນມີຄວາມອິດສາຊາວບ້າາທັງ7ຄົນວ່າຄວາມໂຊກດີໃນຄວາມໂຊກຮ້າຍ​ ກາຍເປັນກະແສດັງສະໜັ່ນຂ້າມມື້ຂ້າມເວັນ​ ເລື່ອງເກັບເຫັດຂ້າມຊາຍແດນແລ້ວໄດ້ສັກວັກຊີນຊຝນກັນມາເກັບເຫັດເປັນແຖວ.

ຊົມຄລິບ.

ຫຼາຍຄົນຢາກມາເກັບເຫັດ555

Leave a Reply

Your email address will not be published. Required fields are marked *