ຫຍຸ້ງແລ້ວ ນະຄອນປາກເຊ ໃຜຢູ່ 4 ກຸ່ມນີ້ຮີບໄປເກັບຕົວຢ່າງເດີ້

ນະຄອນປາກເຊຕອນນີແມ່ນມີຄວາມສ່ຽງສູງຫຼາຍທີ່ຈະເກີດການຕິດເຊື້ອໃນຊຸມຊົນ ເຊົ້າມື້ນີ້(2ສິງຫາ 2021) ຄະນະສະເພາະກິດຂັ້ນແຂວງໄດ້ຖະແຫຼງຂ່າວ ພ້ອມແຈ້ງໃຫ້ 4 ກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງສຸດຕອນນີ້ເຂົ້າໄປເກັບຕົວຢ່າງ ເພື່ອກວດຫາເຊື້ອໂຄວິດ-19 ພາຍໃນມື້ອື່ນນີ້ ເພື່ອບໍ່ໃຫ້ພະຍາດລຸກລາມບານປາຍ ຖ້າເກີດການຕິດເຊື້ອຂຶ້ນມາ.

ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກ ແຂວງ ຈຳປາສັກ ໄດ້ກ່າວວ່າ: ເນື່ອງຈາກເຊື້ອພະຍາດໂຄວິດ-19 ສາຍພັນເດວຕ້າ ທີ່ມີການແຜ່ລະບາດເປັນວົງກວ້າງໄປຫຼາຍປະເທດ ໃນປັດຈຸບັນ ແລະ ແນ່ນອນໜຶ່ງໃນຫັ້ນແມ່ນ ສປປ ລາວ ທີ່ໄດ້ຮັບຜົນກະທົບເຊັ່ນດຽວກັນ ຈິ່ງຕ້ອງໄດ້ລະມັດລະວັງໃຫ້ດີທີ່ສຸດ.

ດັ່ງນັ້ນ ເພື່ອຄວາມປອດໄພຂອງປະຊາຊົນຈຳນວນຫຼາຍທີ່ຍັງມີສຸຂະພາບດີແຂງແຮງໃນປະຈຸບັນ ທາງຄະນະສະເພາະກິດແຂວງຈິ່ງໄດ້ກຳນົດກຸ່ມກຸ່ມເປົ້າໝາຍ ແລະ ນຳເອົາຄົນໃນຈຳນວນດັ່ງກ່າວມາເກັບຕົວຢ່າງໃນ ວັນທີ 3 ສິງຫານີ້ ເພື່ອໃຫ້ທັນເຫດການ ແລະ ໄວທີ່ສຸດ.

ໃນ 4 ກຸ່ມທີ່ວ່ານີ້ປະກອບມີແມ່ຄ້າຂາຍຕາມຕະຫຼາດ ( ຕະຫຼາດດາວເຮືອງ), ຮ້ານຕັດຜົມທັງໝົດໃນນະຄອນປາກເຊ, ຮ້ານບໍລິການນວດສະປາຕ່າງໆ ແລະ ພະນັກງານຂັບລົດໂດຍສານ ລະຫວ່າງ ເມືອງກັບແຂວງ ກໍຄືນະຄອນປາກເຊ ໂດຍຈະກຳນົດເອົາ ສະໜາມກິລາ ຫຼັກ 2 ສຳລັບເປັນສະຖານທີ່ໃນການກວດຫາເຊື້ອຂອງກຸ່ມຄົນດັ່ງກ່າວ.

Leave a Reply

Your email address will not be published. Required fields are marked *