ແຂວງວຽງຈັນ ຮັບແຮງງານທີ່ກັບມາແຕ່ປະເທດເພື່ອນບ້ານ 39 ຄົນ ທີ່ກັກຕົວຢູ່ ຫລັກ 27

ແຂວງວຽງຈັນ ຮັບແຮງງານທີ່ກັບມາແຕ່ປະເທດເພື່ອນບ້ານ 39 ຄົນ ທີ່ກັກຕົວຢູ່ ຫລັກ 27

ຂປລ. ໃນວັນທີ 29 ກໍລະກົດ 2021 ແຂວງວຽງຈັນ ໄດ້ຮັບແຮງງານ ທີ່ເປັນພົນລະເມືອງຂອງແຂວງ ທີ່ກັບມາຈາກປະເທດເພື່ອນບ້ານ ຈໍານວນ 39 ຄົນ, ຍິງ 21 ຄົນ ທີ່ກັກຕົວສູນກັກກັນ ຫລັກ 27ມາສືບຕໍ່ກັກບໍລິເວນຢູ່ແຂວງຂອງຕົນ.

ທ່ານ ພັນໂທ ບຸນນຳ ຜາສຸຍໄຊງາມ ຫົວໜ້າພະແນກ ຕມ ປກສ ແຂວງວຽງຈັນ, ໃນນາມຕາງໜ້າຄະນະຮັບຜິດຊອບເຄື່ອນຍ້າຍແຮງງານ ແຈ້ງວ່າ: ແຮງງານລາວ ຈຳນວນ 39 ຄົນ, ທີ່ໄດ້ຮັບເຂົ້າມາມື້ນີ້, ແມ່ນພົນລະເມືອງຂອງແຂວງວຽງຈັນ ທີ່ນອນຢູ່ໃນ 7 ເມືອງ ເຊັ່ນ: ເມືອງວຽງຄຳ 1 ຄົນ, ເມືອງຊະນະຄາມ 23 ຄົນ, ວັງວຽງ 7 ຄົນ, ເມືອງໝື່ນ 3 ຄົນ, ທຸລະຄົມ 1 ຄົນ, ເມືອງເຟືອງ 1 ຄົນ ແລະ ໂພນໂຮງ 3 ຄົນ.

ແຮງງານລາວດັ່ງກ່າວ, ແມ່ນຮັບມາຈາກສູນກັກກັນຕົວຫລັກ 27 ເພື່ອມາສືບຕໍ່ກັກບໍລິເວນຢູ່ສູນຂອງແຂວງ ເພື່ອເກັບກຳຂໍ້ມູນຂອງແຕ່ລະບຸກຄົນ ແລ້ວຈັດສົ່ງຕໍ່ລົງບັນດາເມືອງ ເພື່ອກັກບໍລິ ເວນ ແລະ ຕິດຕາມອາການອີກ 14 ມື້ ຖ້າບໍ່ມີເຊື້ອແລ້ວ ຈຶ່ງສົ່ງມອບໃຫ້ໄປຢູ່ນຳຄອບຄົວຕາມປົກກະຕິ.

ຂ່າວ: ບຸນທະວີ

Leave a Reply

Your email address will not be published. Required fields are marked *