ຂໍໃຫ້ໄປສູ່ສຸຂະຕິເດີ້ ພຣະສົງລາວຕິດເຊື້ອ ໂ ຄ ວິ ດ ທີ່ປະເທດອີນເດຍ

RIP ພຣະອາຈານ ສຸກມີໄຊ ສີສຸກຂະລາດ ພຣະສົງລາວທີ່ຕິດເຊື້ອໂຄວິດ19 ທີ່ປະເທດອີນເດຍ ໄດ້ມໍລະນະພາບແລ້ວ ເວລາ 20:00 ໂມງ, ຂອງວັນທີ 29 ກໍລະກົດ 2021ສ່ວນພິທີຊາປະນະກິດ ແມ່ນທາງຄະນະສະເພາະກິດ ຂອງປະເທດອີນເດຍດຳເນີນການຕາມຂັ້ນຕອນວິຊາການຂອງຜູ້ເສຍຊີວິດຈາກເຊື້ອພະຍາດໂຄວິດ19

ສຳລັບພິທີເກັບອັດຖິ ແລະ ພິທີເຮັດບຸນ ຖວາຍສັງຄະທານ ແຈກເຂົ້າຫາພຣະອາຈານ ສຸກມີໄຊ ສີສຸກຂະລາດ ແມ່ນຄະນະສົງວັດລາວພຸດທະຄະຍາອີນເຕີ ເມືອງຄະຍາ ລັດວິຫານ ປະເທດອີນເດຍ ເປັນຜູ້ຮັບຜິດຊອບແລະດຳເນີນງານ ນັບແຕ່ມື້ອື່ນເປັນຕົ້ນໄປ.

ພຣະອາຈານ ສຸກມີໄຊ ສີສຸກຂະລາດ ຊຶ່ຫລີ້ນວ່າ(ພຣະຈອນນີ້) ແມ່ນມີແຕ່ໂຕຜູ້ດຽວພໍ່ແມ່ ໄດ້ເສຍຊີວິດກ່ອນໜ້ານີ້ຫມົດແລ້ວ ສ່ວນພຣະອາຈານເປັນພຣະປະຈຳຢູ່ວັດປ່າທັມມະລົມ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ເດີນທາງໄປປະຕິບັດສາສະນະກິດ ທີ່ວັດລາວພຸດທະຄະຍາອີນເຕີ ເມືອງຄະຍາ ລັດວິຫານ ປະເທດອີນເດຍ ເປັນໄລຍະເວລາ 3 ປີແລ້ວ,

ພຣະອາຈານ ເລີ່ມມີອາການ ມີຄວາມຮູ້ສຶກບໍ່ສະບາຍ ແຫນ້ນຫນ້າອົກ ຫາຍໃຈບໍ່ສະດວກ, ແລ້ວໄດ້ໄປກວດຫາເຊື້ອພະຍາດໂຄວິດ19 ໃນວັນທີ 10/07/2021, ຜົນກວດອອກມາເປັນບວກ ແລ້ວນຳຕົວເຂົ້າຮັກສາຢູ່ໂຮງໝໍຄໍເລັກ ເປັນໂຮງຫມໍເອກະຊົນ ທີ່ເມືອງຄະຍາ ປະເທດອີນເດຍ,.

ໂດຍໄດ້ຮັບການເອົາໃຈໃສ່ຕິດຕາມຢ່າງໃກ້ຊິດຂອງຄະນະສົງລາວວັດລາວພຸດຄະຍາອີນເຕີ ແລະຄະນະແພດໝໍ ພຣະອາຈານໄດ້ເຂົ້ານອນໂຮງໝໍ ເປັນເວລາ 20 ມື້ ກ່ອນຈະມໍລະນະພາບລົງ ໃນເວລາ 20:00 ໂມງ, ຂອງວັນທີ29/07/2021

ແຫຼ່ງຂ່າວ: ຫນ້າຂ່າວຊາວພຸດ໑

Leave a Reply

Your email address will not be published. Required fields are marked *