ຂ່າວດ່ວນ! ຜູ້ ເ ສ ຍ ຊີ ວິ ດ​ 1 ຄົນ ຈາກໂຄວິດກໍລະນີທີ​ 7​ ຂອງ​ ສປປ​ ລາວ

ວັນທີ 30/07/2021 ແຂວງ ຈຳປາສັກມີຜູ້ເສຍຊີວິດ​ 1 ຄົນ ຈາກພະຍາດໂຄວິດ-19 ກໍລະນີທີ​ 7​ ຂອງ​ ສປປ​ ລາວ.

ອີງຕາມການຖະແຫຼງຂ່າວ ໃນວັນ 30/07/2021 ຂອງ ທ່ານ ດຣ ວຽງສີ ສຸພັກດີ #ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ຕາງໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄ ວິ ດ.

ແຂວງຈໍາປາສັກ ໄດ້ຖະແຫຼງຂ່າວທາງໂທລະພາບແຂວງ ຈຳປາສັກ ວ່າ ແຂວງ ຈຳປາສັກມີຜູ້ເສຍຊີວິດ​ 1 ຄົນ ຈາກພະຍາດໂຄວິດ-19 ກໍລະນີທີ​ 7​ ຂອງ​ ສປປ​ ລາວ ເຊີ່ງມີຂໍ້ມູນຂອງຜູ້ເສຍຊີວິດດັ່ງນີ້:

– ເພດ ຊາຍ ອາຍຸ 38 ປີ ຄົນບ້ານ ເວີນໂສມ ເມືອງໂຂງ ແຂວງ ຈຳປາສັກ ເປັນແຮງງານທີ່ກັບມາຈາກປະເທດເພື່ອນບ້ານ, ຜູ້ກ່ຽວໄດ້ເຂົ້າມາທາງດ່ານວັງເຕົ່າໃນວັນທີ 23/07/2021 ແລະ ເປັນຄົນຕຸ້ຍມີໂຣກປະຈຳໂຕເປັນເບົາຫວານ ຜູ້ກ່ຽວໄດ້ເສຍຊີວິດໃນຕອນເຊົ້າຂອງວັນທີ 30/07/2021.

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ

Leave a Reply

Your email address will not be published. Required fields are marked *