ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ແຂວງສາລະວັນ ຈໍານວນ 3 ຄົນ ໄດ້ຮັບການປີ່ນປົວຫາຍດີ ແລະ ຈັດສົ່ງກັບບ້ານແລ້ວ ຄື: ຜູ້ທີ1: ເພດຊາຍ ອາຍຸ 27 ປີ ບ້ານຢູ່ປະຈຸບັນ: ບ້ານຫາດດູ່ ເມືອງຄົງເຊໂດນ, ຜູ້ທີ 2: ເພດຊາຍ ອາຍຸ 35 ປີ, ບ້ານສູງ ເມືອງສາລະວັນ ແລະ ຜູ້ທີ 3: ເພດຍິງ ອາຍຸ 32 ປີ ບ້ານສູງ ເມືອງສາລະວັນ ເຊິ່ງແມ່ນກໍລະນີແຮງງານນໍາເຂົ້າ ທີ່ໄດ້ກວດພົບເຊື້ອໃນວັນທີ 15 ກໍລະກົດ 2021 ແລະ ເຂົ້າຮັບການປິ່ນປົວ.

ທີມງານແພດໝໍ, ພະຍາບານ ເອົາໃຈໃສ່ປີ່ນປົວ ແລະ ຕິດຕາມອາການຢ່າງເປັນປົກກະຕິ ເຮັດໃຫ້ອາການຂອງຜູ້ກ່ຽວດີຂຶ້ນ, ຜ່ານການກວດຫາເຊື້ອພະຍາດໂຄວິດ-19 ຈໍານວນຫຼາຍຄັ້ງ ບໍ່ພົບເຊື້ອ ແລະ ບໍ່ມີອາການຕ່າງໆສະແດງ, ໂຮງໝໍແຂວງສາລະວັນ ຈິ່ງໄດ້ຢັ້ງຢືນ ແລະ ຈັດສົ່ງກັບບ້ານຢ່າງເປັນທາງການ, ທັງໄດ້ແນະນຳເອົາໃຈໃສ່ປະຕິບັດຕາມຕື່ມອີກ ເປັນຕົ້ນ: ຈໍາກັດບໍລິເວນຕົນເອງ, ຫ້າມບໍ່ໃຫ້ພົວພັນກັບຄົນໃນຄອບຄົວ ຫຼື ເດີນທາງໄປມາຫາສູ່ກັນພາຍໃນຊຸມຊົນ-ສັງຄົມຢ່າງເດັດຂາດ ເພື່ອສືບຕໍ່ຕິດຕາມອາການຂອງຕົນເອງຕື່ມອີກ ແລະ ຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຄັ່ງຄັດ.

ພິທີຈັດສົ່ງຈັດຂຶ້ນວັນທີ 28 ກໍລະກົດນີ້ ຢູ່ທີ່ສູນຈໍາກັດບໍລິເວນ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງສາລະວັນ ໂດຍມີ ທ່ານ ດຣ ວົງດາວ ສຸລິນທາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ກອງເລຂາຄະນະສະເພາະກິດໂຄວິດ-19 ພ້ອມດ້ວຍແພດໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂດຍ: ກິນດາວັນ ອ້ວນນາຄູູ
