ໂອກາດດີມາແລ້ວ! ເຊີນຮ່ວມແຂ່ງຂັນ” ເຮັດຂ່າວ, ບົດ, ສີຶ່ອອນໄລ ຊີງລາງວັນ

“ເຊີນຮ່ວມແຂ່ງຂັນ”ສະມາຄົນນັກຂ່າວແຫ່ງ ສປປ ລາວ ຂໍແຈ້ງເຖິງ ອົງການສື່ມວນຊົນຂອງລັດ, ເອກະຊົນ ແລະ ບຸກຄົນ ພາຍໃນປະເທດ ເຂົ້າຮ່ວມແຂ່ງຂັນ ເຮັດຂ່າວ, ບົດ, ສື່ອອນລາຍ, ຊຶ່ງໄດ້ການົດ ຫົວຂໍ້ ແລະ ມາດຕະຖານເຕັກນິກ ດັ່ງລຸ່ມນີ້:

I. ດ້ານເຕັກນິກ:1. ຄຸນນະພາບຕ້ອງເປັນ HD (720 x 1280) Full HD (1080×1920).2. ຄວາມຍາວບໍ່ກາຍ 5 ນາທີ.3. ຂ່າວ ແລະ ບົດສັ້ນ ເປັນຜະລິດຕະພັນທີ່ຜະລິດຂື້ນໃໝ່.4. ດົນຕີປະກອບຕ້ອງບໍ່ລະເມີດລິຂະສິດຂອງຜູ້ເປັນເຈົ້າຂອງ.5. ຖ້າມີການສໍາພາດຄົນຕ່າງປະເທດ ຕ້ອງແປ, ເຮັດສຽງລອດ ຫລື ເຮັດ Subtitle.

Il. ມູນຄ່າລາງວັນ:

1. ລາງວັນທີ 01 ມີ 1 ລາງວັນ ລາງວັນລະ 1.000.000 ກີບ.

2. ລາງວັນທີ 02 ມີ 2 ລາງວັນ ລາງວັນລະ 500.000 ກີບ

3. ລາງວັນທີ 03 ມີ 5 ລາງວັນ ລາງວັນລະ 300.000 ກີບ.

III.ສະຖານທີ່ ແລະ ວັນເວລາສົ່ງເຂົ້າຄັດເລືອກ:ຜູ້ເຂົ້າຮ່ວມຄັດເລືອກ ສາມາດສົ່ງຜະລິດຕະພັນຂອງຕົນຕາມສະຖານທີ່ ແລະ ວັນເວລາດັ່ງນີ້:ສະຖານທີ່ສົ່ງ:

ສະມາຄົມນັກຂ່າວແຫ່ງ ສປປ ລາວ (ວັອດແອບ) ເບີໂທ: ທ່ານ ອິນປອນ ນະຄອນສີ 020 9400 6444, ທ່ານ ນ. ວຽງທອງ ພິມພະຈັນ 020 5561 8474, ທ່ານ ທອງວັນ ບຸນບົວທອງ 020 5491 5353.(ກໍານົດເວລາສົ່ງ: ນັບແຕ່ມື້ປະກາດ ເຖິງ ວັນທີ 24 ສິງຫາ 2021).

ຂ່າວຈາກ: https://www.facebook.com/421087478095038/posts/1684862698384170/

Leave a Reply

Your email address will not be published. Required fields are marked *