ວັນທີ 28 ກໍລະກົດ ພຽງມື້ດຽວ ພົບຜູ້ເປັນໄຂ້ຍຸງລາຍ 25 ຄົນ.

ຂປລ. ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ແຈ້ງໃຫ້ຮູ້ໃນວັນທີ 29 ກໍລະກົດ 2021 ນີ້ວ່າ: ໃນວັນທີ 28 ກໍລະກົດ 2021 ທົ່ວປະເທດ ພົບຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍຈໍານວນ 25 ຄົນ. ໃນນີ້, ຢູ່ນະຄອນຫລວງວຽງຈັນ 15 ຄົນ ແລະ ນັບແຕ່ເດືອນມັງກອນ 2021 ມາຮອດປັດຈຸບັນ ມີຜູ້ຕິດເຊື້ອພະຍາດນີ້ແລ້ວ ຈໍານວນ 683 ຄົນ, ແຕ່ຍັງບໍ່ມີລາຍງານການເສຍຊີວິດ.

ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ກ່າວວ່າ: ປັດຈຸບັນ, ແມ່ນກ້າວເຂົ້າສູ່ລະດູຝົນ, ເຊິ່ງເປັນສະພາບອາກາດທີ່ອໍານວຍໃຫ້ແກ່ການເພາະພັນ ແລະ ຂະຫຍາຍພັນຂອງໜອນນໍ້າຍຸງລາຍ ທີ່ເປັນພາຫະນໍາເຊື້ອພະຍາດໄຂ້ຍຸງລາຍ ແລະ ເຫັນວ່າລາຍງານຕົວເລກຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະວັນ.

ດັ່ງນັ້ນເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອພະຍາດດັ່ງກ່າວ, ຂໍໃຫ້ສັງຄົມສືບຕໍ່ເອົາໃຈໃສ່ປະຕິບັດຫລັກ ການ 5ປ ຢ່າງເຂັ້ມງວດ, ພ້ອມເຮັດອະນາໄມເຮືອນຊານໃຫ້ສະອາດ, ບໍ່ໃຫ້ມີນໍ້າອັ່ງນໍ້າຂັງ, ເພື່ອຈໍາກັດ ແລະ ທໍາລາຍແຫລ່ງເພາະພັນຂອງໜອນນໍ້າຍຸງລາຍ.
