ຊ່ວຍກົດແຊຣ໌ເອົາບຸນມ້ຽນຄາບອາບສົບຮ່ວມກິນທານໃຫ້ທ້າວໄອ້ອາຍຸ6ປີເສຍຊີວິດ

ທ້າວ ໄອ້ ອາຍຸ 6 ປີ ເພດຊາຍ ຄອບຄົວຜູ້ກ່ຽວມີແມ່ເປັນເສົາຫລັກແລະມີເອື້ອຍເປັນແຝດກັບທ້າວໄອ້ ແມ່ທ້າວໄອ້ປະກອບອາຊີບກຳມະກອນ ຫາເງິນລ້ຽງລູກທັງສອງ ສ່ວນພໍ່ແມ່ນແຍກທາງກັນກັບແມ່.

ປະຈຸບັນຢູ່ບ້ານ ນາບົງ ເມືອງປາກງື່ມ ໃນວັນທີ່27\07\2021 ຜູ້ກ່ຽວໄດ້ຈົມນໍ້າເນື່ອງຈາກໄປຫລິ້ນນໍ້າຫນອງ ບໍ່ຮູ້ວ່າຈົມແຕ່ຕອນໃດຈົນມີຫມູທີ່ໄປຫລິ້ນນຳແລ່ນມາບອກຜູ້ໃຫຍ່ໄປງົມເອົາຈົນພົບສົບ ດັ່ງນັ້ນຈຶ່ງໄດ້ຂໍວອນສັງຄົມທຸກພາກສ່ວນຊ່ວຍເຫລືອຊ່ວຍຈັດງານສົບໃຫ້ ປະຈຸບັນໜ່ວຍກູ້ໄພໄດ້ນຳສົບມາຄົບງັນຢູ່ ປ່າຊ້າວັດນາບົງ.

ທ່ານໄດ້ຢາກ ຮ່ວມກີນທານແລະບູຊາເຕົາຟືນຫີ ບໂ ລ ງໂຕະຕັ່ງເຕັ້ນ ລົດສົ່ງສະການ ຈັດງານ ເກັບດູກໃຫ້ ນຳສາມາດບໍລິຈາກເຂົ້າບັນຊີ ລວມຂອງຫນ່ວຍກູ້ໄພອາສາເພື່ອປະຊາຊົນໄດ້ ຜູ້ລະເລັກນ້ອຍກໍຕາມກຳລັງສັດທາ 10000~20000 ກີບ ບໍລິຈາກຜ່ານທະນາຄານການຄ້າຕ່າງປະເທດລາວ ສະກຸນເງິນກີບໝາຍເລກ:54323636 ຊື່ບັນຊີແມ່ນ ບຸນຄ້ຳ ຫຼວງລາດ ເຊິງຄະນະບໍລິຫານງານ: ເປັນບັນຊີກາງຂອງຫນ່ວຍກູ້ໄພອາສາເພື່ອປະຊາຊົນ ລະບຸເຫດຜົນທີ່ບໍລິຈາກດ້ວຍ ວ່າກິນທ່ານນຳທ້າວໂອບີ້ເສຍຊີວິດບໍ່ມີໂລງໃສ່.

ເນື່ອງຈາກໜ່ວຍງານຍັງລໍຖ້າທາງການ ໜ່ວຍງານໄດ້ ເລີຍໄດ້ໃສ່ຊື່ບັນຊີລວມຂອງຫນ່ວຍງານແທນ ຕັ້ງຈາກເບີແຈ້ງເຫດມີຝ່າຍຮັບຜິດຊອບແລະກວດສອບ ບໍ່ໄດ້ເປັນບັນຊີສ່ວນໂຕຂອງໃຜພຽງແຕ່ໃສ່ຊື່ຂອງຜູ້ບໍລິຫານແທນ

ຖ້າທ່ານໃດຕ້ອງການມາມອບດ້ວຍໂຕທ່ານເອງ ສາມາດເຂົ້າມາສອບຖາມພົວພັນທີ່ຫ້ອງການໜ່ວຍກູ້ໄພອາສາເພື່ອປະຊາຊົນ ບ້ານ ບໍ່ເຫລັກ ເມືອງໄຊທານີ ນະຄອນຫລວງວຽງຈັນສາມາດຕິດຕໍ່ໄດ້ທີ່ເບີໂທ:02056421624

ທີ່ມາ.

Leave a Reply

Your email address will not be published. Required fields are marked *