ແມ່ນແທ້ບໍ່? ຕມ ໄທ ຢຶດໂທລະສັບແລະເກັບເງີນຄົນລາວຜູ້ລະ 1000-2000 ບາດ

ຝາກເຕືອນທຸກໆຄົນທີ່ກໍາລັງເດີນທາງມາຂ້າມທາງມຸກດາຫານເດີຂ້ອຍເອງມາໃນວັນທີ 3.7.2021 ກ່ອນສິໄດ້ຂ້າມເຂົາໃຫ້ເຂົ້າໄປບ່ອນ ຕ ມ ຕວດຄົນເຂົ້າເມືອງກ່ອນເຂົ້າໄປ.

ໃນຫັ່ນແລ້ວເຂົາຈະຍຶດໂທລະສັບໄວ້ໝົດ ຫ້າມຖ່າຍຮູບຖ່າຍວີດີໂອໃດໆທັງສິ່ນ ແລ້ວເຂົາຈະເກັບພາສສະປອດແຕ່ລະຄົນ ກັບຜູ້ບໍ່ມີໃຫ້ແຍກກັນກັບຜູ້ມີພາສ ແລ້ວເຂົາຈະຮ້ອງ.

ເອົາທີລະ20ປາຍຄົນໄປລົມ ຈະມີເຈົ້າໜ້າທີ່ຢູ່3ຄົນທີ່ລົມຢູ່ຫັ່ນແລ້ວເຂົາຈະບອກວ່າປົກກະຕິ ຕ ມ ປິດເຂົາບໍ່ໃຫ້ຂ້າມ ແລ້ວຖ້າຈະຂ້າມໄດ້ຕ້ອງໄປຂໍອະນຸຍາດທາງຈັງຫວັດຖ້າໃຫ້ໄປເອງຊຸມເຈົ້າກໍ່ຈະບໍ່ເສຍຄ່າໃຊ້ຈ່າຍຫຍັງຫຼາຍ ແລ້ວກໍ່ຈະບອກວ່າເຂົາຈະດໍາເນີນການໃຫ້ແຕ່ເຮົາຕ້ອງເສຍຄົນລະ1000ພັນບາດ ສ່ວນຄົນບໍ່ມີພາສເສຍ2000ພັນບາດ ແລ້ວ.

ກໍ່ຈະມີຄ່າເຄື່ອງນໍາອີງຕາມເຄື່ອງໃຜຫຼາຍຫຼືໜ້ອຍກະເສຍ200ບາດຂຶ່ນໄປ ແລ້ວເຂົາກໍ່ຈະເອົາຂຶ່ນລົດກົງທີ່ຂົນສົ່ງນັກໂທດມາສົ່ງທີ່ ຕ ມ ຂ້າມ ເສຍຄົນລະ200ບາດ ແລ້ວເຂົາຈະສົ່ງໂທລະສັບຄືນໃຫ້ ແລ້ວຂຶ່ນລົດຄັນເກົ່າຂ້າມມາສົ່ງຝັ່ງລາວ ສ່ວນຝັ່ງລາວເຮົາບໍ່ໄດ້ເສຍຄ່າໃຊ້ຈ່າຍຈັກກີບ ຝາກແຊຮບອກກັນຕໍ່ໆໄປແນ່ເດີ ຂໍຂອບໃຈ.

Leave a Reply

Your email address will not be published. Required fields are marked *