ແຮງງານລາວ ທີ່ເຂົ້າມາແຂວງຄຳມ່ວນ ໄດ້ຮັບການກວດເ ຊື້ ອ ແລະ ເຂົ້າສູນຈຳກັດບໍລິເວນ

ຂປລ. ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ແຂວງຄໍາມ່ວນ ແຈ້ງໃຫ້ຮູ້ວ່າ: ແຮງງານລາວ ຫລື ພົນລະເມືອງລາວ ທີ່ຕົກຄ້າງຢູ່ປະ ເທດໄທ ທີ່ກັບຄືນປະເທດເຂົ້າມາແຂວງຄຳມ່ວນ ໂດຍຜ່ານຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ສະເລ່ຍປະມານ 30-50 ຄົນຕໍ່ມື້, ແຕ່ທຸກຄົນແມ່ນໄດ້ຜ່ານການກວດເຊື້ອໂຄວິດ-19 ແລະ ເຂົ້າສູນຈຳກັດບໍລິເວນຈົນຄົບຕາມກຳນົດ.

ທ່ານ ດຣ. ນາງ ພາສຸກ ຄຳມະນີທອງ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງຄໍາມ່ວນ, ຮອງຫົວໜ້າພະແນກສາທາ ລະນະສຸກແຂວງຄຳມ່ວນ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ທາງໂທລະສັບ ໃນວັນທີ 27 ກໍລະກົດ 2021 ນີ້ວ່າ: ຈຳນວນແຮງງານລາວ ຫລື ພົນລະເມືອງລາວ ທີ່ກັບມາສ່ວນໃຫຍ່ແມ່ນບໍ່ມີໜັງສືເດີນທາງ ຫລື ໜັງສືໝົດກຳນົດ ແລະ ມີຈຳນວນໜຶ່ງທີ່ຕິດເຊື້ອໂຄວິດ-19 ໃນນັ້ນມີທັງຜູ້ຖືພາ ແລະ ເດັກນ້ອຍ. ສະເພາະໃນວັນທີ 27 ກໍລະກົດ 2021 ມາຮອດເວລາ 11:00 ໂມງ, ມີຜູ້ເດີນທາງເຂົ້າມາທັງໝົດ 35 ຄົນ, ໃນນັ້ນມີຜູ້ຕິດເຊື້ອໂຄວິດ ເຖິງ 6 ຄົນ. ສຳລັບດ່ານແມ່ນປິດຮັບບໍ່ກາຍ 18:00 ໂມງໃນແຕ່ລະມື້.ນັບຕັ້ງແຕ່ວັນທີ 1 ມັງກອນ 2021

ມາຮອດປັດຈຸບັນ, ຈຳນວນແຮງງານລາວ ຫລື ພົນລະເມືອງລາວ ກັບຄືນປະເທດເຂົ້າມາແຂວງຄຳມ່ວນ ມີເກືອບ 3.000 ຄົນແລ້ວ ແລະ ປັດຈຸບັນມີຜູ້ຈຳກັດບໍລິເວນທັງໝົດຫລາຍກວ່າ 500 ຄົນ, ໂດຍແຕ່ລະມື້ຈະມີພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ພະແນກການຕ່າງປະເທດ ແລະ ປກສ ໄດ້ສຶກສາອົບຮົມແນວຄິດ, ກ່າວເຕືອນ ແລະ ໃຫ້ຄວາມຮູ້ທີ່ສຳຄັນ ແລະ ເປັນປະໂຫຍດແກ່ເຂົາເຈົ້າ.

ເຖິງແນວໃດກໍຕາມ, ສູນຈຳກັດບໍລິ ເວນດັ່ງກ່າວ ແມ່ນຍັງບໍ່ໄດ້ມາດຕະຖານ ເນື່ອງຈາກໃຊ້ສະໜາມກິລາເປັນບ່ອນຈຳກັດບໍລິເວນ ຕ້ອງໄດ້ມີການປັບປຸງ ເປັນຕົ້ນແມ່ນບ່ອນແຕ່ງກິນ, ພ້ອມກັນນັ້ນ, ອາຫານການກິນບໍ່ພຽງພໍ ບາງຄົນທີ່ກັບມາບໍ່ມີເງິນ ແລະ ບາງຄົນກໍມີໜ້ອຍ, ຈຳເປັນຕ້ອງໄດ້ລະດົມນຳພາກເອກະຊົນ ແລະ ພໍ່ແມ່ປະຊາຊົນ. ນັບແຕ່ກາງເດືອນກໍລະກົດ ເປັນຕົ້ນມາ ແມ່ນບໍ່ມີກໍລະນີລັກລອບເຂົ້າມາ ຢູ່ພາຍໃນແຂວງຄຳມ່ວນ ເພາະພາກ ສ່ວນທີ່ກ່ຽວຂ້ອງຕ່າງໆ ໄດ້ມີການໂຄສະນາ ແລະ ໃຫ້ຄວາມຮູ້ເປັນປະຈຳ ເພື່ອເຮັດໃຫ້ເຂົາເຈົ້າມີຄວາມເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຕໍ່ຄວາມປອດໄພ ແລະ ກັບມາແບບຖືກຕ້ອງຕາມກົດໝາຍ.

ໂອກາດນີ້, ທ່ານ ດຣ. ນາງ ພາສຸກ ຄຳມະນີທອງ ຕາງໜ້າກອງເລຂາຄະນະສະເພາະກິດ ກໍໄດ້ຮຽກຮ້ອງໃຫ້ທຸກຄົນ ນັບທັງຜູ້ທີ່ມີໜັງສື ແລະ ບໍ່ມີໜັງສື ທີ່ຍັງຕົກຄ້າງຢູ່ປະເທດໄທ ຫາກຕ້ອງການກັບຄືນມາປະເທດ ແມ່ນສາມາດພົວພັນກົງສູນ, ສະຖານທູດລາວ ຫລື ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໄດ້ຕະຫລອດເວລາ ເພື່ອກັບມາແບບຖືກຕ້ອງ, ແຂວງຄຳມ່ວນຍິນດີຮັບເອົາທຸກຄົນ ໂດຍບໍ່ມີການປັບໃໝໃດໆ ແຕ່ຕ້ອງໄດ້ຜ່ານການກວດເຊື້ອໂຄວິດ-19 ແລະ ເຂົ້າສູນກັກກັນຕາມລະບຽບ ແລະ ມາດຕະການປ້ອງກັນການຕິດ ເຊື້ອ, ທັງນີ້ກໍເພື່ອຄວາມປອດໄພຂອງໂຕທ່ານເອງ, ຄອບຄົວ, ຍາດພີ່ນ້ອງ, ໝູ່ຄູ່ ກໍຄືປະຊາຊົນລາວ.

ຂ່າວ: ສິງຄຳ

Leave a Reply

Your email address will not be published. Required fields are marked *