ຄວາມຄືບໜ້າການກໍ່ສ້າງ ບ້ານຈັດສັນ ໃຫ້ປະຊາຊົນທີ່ປະສົບໄພຈາກເຫດການ ສັນເຂື່ອນອ່າງເກັບນໍ້າສໍາຮອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ຈະໃຫ້ສໍາເລັດທ້າຍປີນີ້

ມາຮອດປັດຈຸບັນ, ການກໍ່ສ້າງເຮືອນຢູ່ຖາວອນ 700 ຫລັງໃຫ້ປະຊາຊົນທີ່ປະສົບໄພຈາກເຫດການສັນເຂື່ອນອ່າງເກັບ ນໍ້າສໍາຮອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກຢູ່ເມືອງສະໜາມໄຊ, ແຂວງອັດຕະປື ສຳເລັດແລ້ວ 65% ຄາດວ່າການກໍ່ສ້າງທັງໝົດຈະໃຫ້ສໍາເສັດພາຍໃນທ້າຍປີ 2021 ນີ້.

ທ່ານ ລັດຕະນະພອນ ເທບສຸວັນ, ຫົວໜ້າພະແນກໂຍທາທິການ ແລະ ຂົນ ສົ່ງແຂວງອັດຕະປື, ທັງເປັນຄະນະຮັບຜິດຊອບການກໍ່ສ້າງພື້ນ ຖານໂຄງລ່າງໃຫ້ປະຊາຊົນທີ່ປະສົບໄພດັ່ງກ່າວ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດ ໃນໂອກາດຄົບ ຮອບ 3 ປີ ເຫດການສັນເຂື່ອນອ່າງເກັບນໍ້າສໍາຮອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ( 23.7.2018-23.7.2021) ວ່າ: ເຮືອນຢູ່ຖາວອນທີ່ກໍ່ສ້າງມີທັງໝົດ 802 ຫລັງ, ໃນນີ້ ເປັນທຶນຊ່ວຍເຫລືອຈາກລັດຖະບານຍິ່ປຸ່ນ 66 ຫລັງ ແລະ ລັດຖະບານໄທ 45 ຫລັງ ໄດ້ກໍ່ສ້າງສໍາເລັດແລ້ວ. ສ່ວນອີກ 700 ຫລັງແມ່ນທຶນຂອງບໍລິສັດທີ່ພັດທະນາໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ຈຳນວນ 24,5 ລ້ານໂດລາສະ ຫະລັດ, ເລີ່ມລົງມືກໍ່ສ້າງນັບແຕ່ຕົ້ນປີ 2020 ເປັນຕົ້ນມາ, ມາຮອດປັດຈຸບັນ ການກໍ່ສ້າງໂດຍລວມສໍາເລັດແລ້ວ 65% ໃນນີ້ ມີປະຊາຊົນໄດ້ຂຶ້ນຢູ່ແລ້ວ 182 ຄອບຄົວ, ສ່ວນທີ່ເຫລືອຈະສືບຕໍ່ໃຫ້ປະຊາຊົນໄດ້ເຂົ້າຢູ່ອາໃສຢູ່ເປັນແຕ່ລະໄລຍະ ເລີ່ມແຕ່ເດືອນສິງຫາຈົນຮອດເດືອນທັນວາປີ 2021 ໃຫ້ສໍາເລັດທັງໝົດ.

ທ່ານ ລັດຕະນະພອນ ເທບສຸວັນ ໃຫ້ຮູ້ຕື່ມວ່າ: ການກໍ່ສ້າງເຮືອນຢູ່ຖາ ວອນໃຫ້ປະຊາຊົນທີ່ປະສົບໄພ ພົບຄວາມຫຍຸ້ງຍາກສົມຄວນ ຍ້ອນການລະ ບາດຂອງພະຍາດໂຄວິດ-19 ເຮັດໃຫ້ການນໍາເຂົ້າອຸປະກອນກໍ່ສ້າງ ແລະ ແຮງງານຂອງບໍລິສັດຮັບເໝົາກໍ່ສ້າງບໍ່ສະດວກເທົ່າທີ່ຄວນ. ແນວໃດກໍ່ຕາມ ຄະນະຮັບຜິດຊອບໂຄງການການກໍ່ສ້າງພື້ນຖານໂຄງລ່າງໝັ້ນໃຈວ່າການກໍ່ສ້າງຈະສໍາເລັດແນ່ນອນໃນທ້າຍປີ 2021 ນີ້.ສໍາລັບການກໍ່ສ້າງເຮືອນຢູ່ຖາວອນໃຫ້ປະຊາຊົນທີ່ປະສົບໄພຈາກເຫດ ການສັນເຂື່ອນອ່າງເກັບນໍ້າສໍາຮອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ແບ່ງ ອອກເປັນ 4 ປະເພດ ຄື.

+ ປະເພດທີ 1: ເຮືອນກໍ່ສອງຊັ້ນ.

+ ປະເພດທີ 2: ເຮືອນກໍ່ຊັ້ນລຸ່ມ ແລະ ຊັ້ນເທີງໄມ້+ ປະເພດທີ 3: ເຮືອນກໍ່ຊັ້ນດຽວ.

+ ປະເພດທີ 4: ເຮືອນມີກ້ອງລ່າງ.

ທັງໝົດນີ້ ໄດ້ຈັດແບ່ງໃຫ້ປະຊາຊົນໂດຍອີງຕາມຜົນເສຍຫາຍ ຫລື ຖານະແຕ່ລະຄອບຄົວທີ່ໄດ້ຮັບຜົນກະທົບຕົວຈິງທີ່ມີການປະເມີນຈາກຄະ ນະຮັບຜິດຊອບຢ່າງລະອຽດແລ້ວ.

Cr: ບຸນຕຽງ ຈັນທະວົງ

Leave a Reply

Your email address will not be published. Required fields are marked *