ແຊຕໍ່ ພົບແຮງງານລາວກັກໂຕຄົບ 14 ມື້ ແຕ່ກັບບ້ານແລ້ວກວດພົບ ໂ ຄ ວິ ດ

ໜັງສືລາຍງານ! ເມືອງ ສອງຄອນ ພົບແຮງງານລາວກັກໂຕຄົບ 14 ມື້ ແຕ່ກັບບ້ານແລ້ວກວດພົບໂຄວິດ.

ເຈົ້າເມືອງໆສອງຄອນ ໄດ້ອອກໜັງສືລາຍງານກ່ຽວກັບສະພາບການລະບາດຂອງໂຄວິດ ໂດຍໄດ້ໃຫ້ຮູ່ວ່າ: ມີຄົນເຈັບຊື່ ນາງ ນຸ້ນ,ອາຍຸ 16 ປີ ບ້ານຢູ່ ທ່າແພ ເມືອງສອງຄອນ ແຂວງສະຫວັນນະເຂດ, ຢູ່ປະເທດໄທ ເຮັດງານບ້ານ (ເປັນແມ່ບ້ານ) ຢູ່ແຂວງອຸບົນຣາດຊະທານີ ເດີນທາງເຂົ້າມາທາງຂົວມິດຕະພາບ 2 ສະຫວັນນະເຂດ (ເຂົ້າມາຖືກຕ້ອງ)

ຫຼັງຈາກກັບລາວວັນທີ 30 ມິຖຸນາ 2021 ຜົນກວດເປັນລົບ 2 ຄັ້ງບໍ່ມີອາການຫຍັງ ແລະນໍາຜູ້ກ່ຽວໄປກັກໂຕ 14 ວັນ, ວັນທີ 17 ກໍລະກົດ 2021 ໄດ້ຮັບອະນຸຍາດອອກຈາກສູນກັກກັນຂອງແຂວງ.

ພໍຮອດບ້ານ ກໍ່ພັກຜ່ອນຢູ່ບ້ານ ຜູ້ກ່ຽວບໍ່ໄດ້ໄປທາງໃດ ຕໍ່ມາຜູ້ກ່ຽວຮູ້ສຶກບໍ່ສະບາຍ ມີໄຂ້, ເຈັບຕົນຕົວ, ໄອແຫ້ງ, ເຈັບໜ້າເອິກເລັກນ້ອຍ, ຍາດພີ່ນ້ອງຈຶ່ງໄດ້ພາຜູ້ກ່ຽວໄປກວດຢູ່ໂຮງໝໍຊຸມຊົນເມືອງສອງຄອນ, ວັນທີ 19 ຜົນກວດອອກມາ ເປັນບວກ ໄດ້ນຳຜູ້ກ່ຽວກັບໄປປິ່ນປົວຕໍ່ທີ່ໂຮງໝໍ.

ເຊິ່ງຜູ້ທີ່ສຳຜັດໃກ້ຊິດປະມານ 31 ຄົນ ແລະຍັງບໍ່ຮູ້ຈຳນວນຜູ້ໂດຍສານທີ່ຂຶ້ນຄິວລົດດຽວກັນມາ ຄືຈາກສູນຫຼັ້ກ 4 ເຖິງ ຕະຫຼາດສາມັກຄີໄຊ

Leave a Reply

Your email address will not be published. Required fields are marked *