ຂ່າວດ່ວນ! ເມືອງຫຼວງນ້ຳທາ ຖືກນ້ຳປ່າໄຫຼເຂົ້າຕົວເມືອງ.

ຫຼາຍໜູ່ບ້ານພາຍໃນເມືອງຫຼວງນໍ້າໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນຄັງນີ້ ພາຍຫຼັງທີຝົນໄດ້ຕົກໜັກຕິດຕໍ່ກັນມາເປັນເວລາຫຼາຍວັນ ເຮັດໃຫ້ນໍ້າປ່າໄຫຼຫຼັງ ແມ່ນໍ້າຫຼາຍສາຍເພີ່ມຂື້ນຢ່າງໄວວາ ເຮັດໃຫ້ໄຫຼເຂົ້າຖ້ວມເຮືອນ, ໄຮ່, ນາ, ຮົ້ວສວນ ພໍ່ແມ່ປະຊາຊົນຫຼາຍໜູ່ບ້ານພາຍໃນເມືອງຫຼວງນໍ້າທາຄື: ບ້ານຫຼວງ, ບ້ານຂອນ, ດອນຄູນ, ທ່າອໍ້, ນໍ້າແງ້ນ, ນາລື ແລະ ບ້ານໃໝ່.

ຕໍ່ກັບເຫດການດັ່ງກ່າວ,ມາໃນຕອນເຊົ້າຂອງວັນທີ 21 ກໍລະກົດນີ້ ກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ນໍາເອົາກໍາລັງອ້າຍນ້ອງກອງຮ້ອຍ 28, ກອງຮ້ອຍ 25 ແລະ ນັກຮຽນນາຍສີບ ຈໍານວນ 150 ກວ່າສະຫາຍ ເຂົ້າຂົນເຄື່ອງຊ່ວຍເຫລືອພໍ່ແມ່ປະຊາຊົນທີໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ ເຊີ່ງນໍາພາໂດຍ ສະຫາຍ ພັນໂທ ບຸນຄໍາ ຈັນວິວັນຕໍ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງຫຼວງນໍ້າທາ. ສ່ວນຜົນເສຍຫາຍໃນຄັ້ງນີ້ ຍັງບໍສາມາດປະເມີນມຸນຄ່າໄດ້.

ທີ່ມາ: ກອງບັນຊາການທະຫານ ແຂວງຫຼວງນ້ຳທາ (ຮ.ອ ສົມສະນຸກ)

Lao News Time | ເວລາຂ່າວ ສຳລັບທ່ານ