ບາງຄັ້ງການນຳສົ່ງຄົນເຈັບໄດ້ເພຕາມທາງ ຈົນເຮັດໃຫ້ຜູ້ບາດເຈັບມີຄວາມສ່ຽງໃນການບາດເຈັບໜັກ ແລະ ເສຍຊີວິດຍ້ອນໄປ ໂຮງຫມໍຊັກຊ້າ.

ສະນັ້ນ ທາງອາສາພວກເຮົາຂໍຄວາມເຫັນໃຈນຳສັງຄົມ.

ບໍລິສັດຫ້າງຮ້ານ ນິຕິບຸກຄົນ ຮ່ວມໃຈກັນມີຫລາຍ ມີຫນ້ອຍ ແລ້ວແຕ່ແຮງສັດທາ ຊຸກຍູ້ຊ່ວຍເຫລືອຂອງທ່ານ, ປ້ຳນ້ຳມັນກະຊວນເປັນປ້ຳຍີຫໍ້ຟອດ ຈັກ2,2 ໃນລາຄາ : 5.000,000 ກີບ , ຫລື 14,000 ບາດ ຖ້າລົດຄັນດັ່ງກ່າວໄດ້ສ້ອມແປງແລ່ນໄດ້ປົກະຕິ ສາມາດຊ່ວຍຊີວິດຄົນໄດ້ຫລາຍຊີວິດ.

ຂໍບຸນກຸສົນທ່ານທີ່ປະກອບສ່ວນໃນວຽກງານຊ່ວຍເຫລືອສັງຄົມ ແລະ ເພື່ອມະນຸດສະທຳ ຂໍອວຍໄຊໃຫ້ພອນທ່ານ ຈົ່ງມີແຕ່ຄວາມສຸກ ຄວາມຈະເລີນກ້າວໜ້າທຸກປະການ ຂໍຂອບໃຈຢ່າງສູງ.

ຄະນະບໍລິຫານງານ ທີມກູ້ຊີບກູ້ໄພ ສະຫວັນນະເຂດ 1629 ສະຖານທີ່ : ບ້ານ ສອນໄຊ ນະຄອນໄກສອນພົມວິຫານແຂວງ ສະຫວັນນະເຂດ ຕິດຕໍ່ສອບຖາມ:020 28285454 ຫຼື ທ່ານສະດວກໂອນບັນຊີ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນເລກບັນທີທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ LAK : 039-12-00-01713217-001

Southern Times News | ສານຂ່າວ ຈາກແດນໃຕ້