ຊົມເຊີຍ ! ບໍລິສັດ ເບຍລາວ ຈໍາກັດ ມອບເງິນທຶນຊ່ວຍເຫຼືອ ມູນຄ່າ 300 ລ້ານກີບ

? ? ຊົມເຊີຍ ! ບໍລິສັດ ເບຍລາວ ຈໍາກັດ ມອບເງິນທຶນຊ່ວຍເຫຼືອ ມູນຄ່າ 300 ລ້ານກີບ ໃຫ້ແກ່ບັນດາແຂວງພາກໃຕ້ ຜ່ານກະຊວງສາທາລານະສຸກ ເພື່ອນໍາໄປຈັດຫາຕຽງນອນ ແລະ ອຸປະກອນການແພດຈໍານວນໜຶ່ງ ໃຫ້ສູນຈໍາກັດບໍລິເວນ ນໍາໃຊ້ເຂົ້າໃນວຽກງານສະກັດກັ້ນການແຜ່ລະບາດພະຍາດໂຄວິດ 19.

ພິທີມອບ-ຮັບທຶນຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 19 ກໍລະກົດ 2021 ທີ່ ກະຊວງສາທາລະນະສຸກ, ນະຄອນຫລວງວຽງຈັນ. ເປັນກຽດມອບໂດຍ ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວ ຈໍາກັດພ້ອມດ້ວຍຄະນະ ແລະ ຮັບໂດຍ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.

ບໍລິສັດ ເບຍລາວ ຈໍາກັດ ໄດ້ກາຍເປັນບໍລິສັດໜຶ່ງທີ່ຢູ່ຄຽງຂ້າງໃນການປະຕິບັດວຽກງານຊ່ວຍເຫຼືອດ້ານການສະກັດກັ້ນພະຍາດໂຄວິດ-19 ແລະ ຜ່ານມາ ໄດ້ປະກອບສ່ວນ ເຖີງ 2.5 ຕື້ກີບ.

.

Leave a Reply

Your email address will not be published. Required fields are marked *