ດ່ວນທີ່ສຸດ! ຈໍາປາສັກສັ່ງກວດຄືນ ຫາໂຄວິດ-19 ໃນສູນກັກຕົວ ທັງຜູ້ຈຳກັດບໍລິເວນ ແລະ ເຈົ້າໜ້າທີ່ນາຕີຄື

ຄະນະສະເພາະກິດເພື່ອສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ຂັ້ນ ແຂວງ ໄດ້ອອກແຈ້ງການດ່ວນທີ່ສຸດເພື່ອປະຕິບັດບັນດາມາດຕະການໃນການສະກັດກັ້ນ, ປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໂດຍມີລາຍລະອຽດດັ່ງລຸ່ມນີ້:

1. ສູນກັກກັນແຮງງານຈາກຕ່າງປະເທດສູນຫລັກ 21 (1) ແລະ ສູນຫລັກ 21 (2)

• ຫ້າມບໍ່ໃຫ້ເຈົ້າຫນ້າທີ່ຄຸ້ມຄອງສູນ ແລະ ແຮງງານມີການເຄື່ອນຍ້າຍເຂົ້າ-ອອກສູນເລີ່ມແຕ່ວັນທີ 17 ກໍລະກົດ 2021 ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກເຈົ້າຫນ້າທີ່ໆຮັບຜິດຊອບສູນ

• ໃຫ້ເກັບຕົວຢ່າງເຈົ້າຫນ້າທີ່ ແລະ ແຮງງານທີ່ຢູ່ໃນສູນຫລັກ 21 (1) ແລະ ສູນຫລັກ 21 (2) ຄືນໃຫມ່ທັງຫມົດ ພ້ອມທັງການເກັບຕົວຢ່າງເພື່ອຕິດຕາມການຕິດເຊື້ອພະຍາດໂຄວິດ-19 ຖ້າກັກກັນຄົບກໍານົດເວລາ ແລະ ຜົນກວດເປັນລົບແມ່ນໃຫ້ຈັດສົ່ງອອກໄປກັກກັນຢູ່ສູນຂອງເມືອງຕື່ມອີກ 14 ວັນ.

• ສໍາລັບເຈົ້າຫນ້າທີ່ ແລະ ແຮງງານຜູ້ທີ່ກວດພົບເຊື້ອພະຍາດໂຄວິດ-19 ໃນໄລຍະທີ່ຢູ່ໃນສູນແມ່ນໃຫ້ສົ່ງເຂົ້າສູນປິ່ນປົວພະຍາດໂຄວິດ-19 ຂອງແຂວງທີ່ກໍານົດໄວ້ ເພື່ອຕິດຕາມອາການ ແລະ ປິ່ນປົວຈົນຫາຍດີ.

• ພາຍຫລັງທີ່ພະນັກງານ ແລະ ແຮງງານກັກກັນຄົບກໍານົດແລ້ວ ແລະ ກວດບໍ່ພົບເຊື້ອຫມົດທຸກຄົນ ແລ້ວໃຫ້ທໍາຄວາມສະອາດ ແລະ ສີດຢາຂ້າເຊື້ອໃນບໍລິເວນສູນຫລັກ 21(1) ແລະ ສູນຫລັກ 21(2) ກ່ອນຈຶ່ງໃຫ້ເຈົ້າຫນ້າທີ່ຄຸ້ມຄອງສູນ ແລະ ແຮງງານຊຸດໃຫມ່ເຂົ້າໄປປະຕິບັດຫນ້າທີ່.

2. ເຂດດ່ານສາກົນວັງເຕົ່າ:

• ສໍາລັບເຈົ້າຫນ້າທີ່ທັງຫມົດຢູ່ດ່ານ: ໃຫ້ຈໍາກັດບໍລິເວນຢູ່ໃນເຂດດ່ານສາກົນວັງເຕົ່າໃຫ້ຄົບກໍານົດ 14 ວັນ ແລະ ມີການເກັບຕົວຢ່າງເພື່ອຊອກຫາເຊື້ອພະຍາດໂຄວິດ-19 ໃນແຕ່ລະໄລຍະຕາມມາດຕະການສາທາລະນະສຸກທີ່ວາງອອກ ຈົນກວ່າຈະມີມາດຕະການໃຫມ່ອອກມາເພີ່ມເຕີມ• ສໍາລັບເຈົ້າຫນ້າທີ່ມີຄວາມຈໍາເປັນຈະຕ້ອງໄດ້ປະຕິບັດຫນ້າທີ່ຢູ່ເຂດດັ່ງກ່າວ ຈະຕ້ອງມີການຜັດປ່ຽນການປະຈໍາການແຕ່ຕ້ອງໃຫ້ປະຕິບັດມາດຕະການໃນການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ.

• ສໍາລັບລົດຂົນສົ່ງສິນຄ້າ: ໃຫ້ປະຕິບັດຕາມແຈ້ງການເພີ່ມເຕີມຂອງເຈົ້າແຂວງສະບັບເລກທີ04/ ຈຂ.ຈສລົງວັນທີ 23 ມັງກອນ 2021 ແລະ ບົດແນະນໍາເລກທີ 8485 ຂອງກະຊວງ ຍທຂ. ມອບໃຫ້ເຈົ້າຫນ້າທີ່ໆກ່ຽວຂ້ອງ ຮັບຜິດຊອບເອົາໃຈໃສ່ຕິດຕາມການເຂົ້າ-ອອກ ແລະ ການເຄື່ອນໄຫວໄປມາຂອງລົດຂົນສົ່ງສິນຄ້າໃຫ້ສອດຄ່ອງຕາມມາດຕະການຂອງຄະນະສະເພາະກິດທີ່ໄດ້ວາງອອກ.• ສໍາລັບແຮງງານຈາກຕ່າງປະເທດ: ທີ່ເດີນທາງເຂົ້າມາຜ່ານດ່ານແມ່ນຕ້ອງປະຕິບັດຕາມມາດຕະການທີ່ສາທາລະນະສຸກໄດ້ກໍານົດອອກຢ່າງເຂັ້ມງວດ.

• ໃຫ້ເຮັດອະນາໄມ ແລະ ພົ່ນຢາຂ້າເຊື້ອຕາມສະຖານທີ່ເຮັດວຽກຂອງເຈົ້າຫນ້າທີ່ປະຈໍາດ່ານ ແລະ ບ່ອນ ຜັກຂອງແຮງງານທີ່ເຂົ້າມາຈາກຕ່າງປະເທດທຸກວັນ ເພື່ອລົດຄວາມສ່ຽງຂອງການຕິດເຊື້ອພະຍາດໂຄວິດ-19.

3. ເຂດບ້ານແດງ : ປັດຈຸບັນມີບ້ານທີ່ຂະແຫນງການສາທາລະນະສຸກໄດ້ກໍານົດເປັນເຂດບ້ານແດງ ຈໍານວນ 3 ບ້ານ ຄື : ບ້ານ ວັງເຕົ່າ, ບ້ານ ດອນໂຈດ ເມືອງ ໂພນທອງ ແລະ ບ້ານ ຫ້ວຍແຫ ເມືອງ ສຸຂຸມາ, ຊຶ່ງມີມາດຕະການຈັດຕັ້ງປະຕິບັດ ດັ່ງລຸ່ມນີ້ :

* ສືບຕໍ່ປະຕິບັດຄໍາສັ່ງ ເລກທີ 15/ນຍ ລົງວັນທີ 21 ເມສາ 2021. ໃຫ້ປິດຮ້ານເສີມສວຍ, ຮ້ານຕັດຜົມ, ສະຖານທີ່ທ່ອງທ່ຽວ, ສວນອາຫານ ແລະ ຮ້ານເກມ ທຸກ ປະເພດ. ໃຫ້ປິດບັນດາໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ, ຍົກເວັ້ນໂຮງງານທີ່ມີຫໍພັກຂອງແຮງງານ ຢູ່ໃນບໍລິເວນໂຮງງານຂອງຕົນ, ໂຮງງານຜະລິດສິນຄ້າທີ່ບໍລິໂພກ. ຢາປົວພະຍາດ. ເຄື່ອງປ້ອງກັນການ ລະບາດ ແລະ ອຸປະກອນການແພດ ແຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງກັນຂອງຄະນະ ສະເພາະກິດວາງອອກຢ່າງເຂັ້ມງວດ,ໃນໄລຍະພັກວຽກນີ້ໃຫ້ຜູ້ປະກອບການຂອງບັນດາໂຮງງານທີ່ປິດ ມີການຄຸ້ມຄອງແຮງງານໃຫ້ພັກຢູ່ບ່ອນທີ່ພັກຂອງຕົນ ແລະ ປະຕິບັດນະໂບບາຍສະຫວັດດີການ ໃຫ້ ແກ່ແຮງງານເຫຼົ່ານັ້ນ.

* ອະນຸຍາດໃຫ້ເປີດຫ້ອງການບ້ານ, ປກສ ກຸ່ມບ້ານ, ສຸກສາລາ ແລະ ຮ້ານຂາຍຢາ ແຕ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ. – ຫ້າມບຸກຄົນອອກຈາກບໍລິເວນເຮືອນຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຍ້ອນເຫດຜົນຈໍາເປັນເຊັ່ນ : ຂົນສົ່ງສິນຄ້າ ແລະ ສົ່ງອາຫານໄປໂຮງຫມໍໄປຮັບວັກຊິນ ແຕ່ໃຫ້ ຂະແຫນງສາທາລະນະສຸກ ເຈົ້າຫນ້າທີ່ໆກ່ຽວຂ້ອງ ຕັ້ງດ່ານກວດສຸຂະພາບ, ກວດເອກະສານ ແລະ ເກັບກໍາຂໍ້ມູນຢ່າງເຂັ້ມງວດ.

* ສໍານັກງານຫ້ອງການທີ່ມີຄວາມຈໍາເປັນຕ້ອງມີການເຮັດວຽກຕໍ່ເນື່ອງຕ້ອງແຕ່ງຕັ້ງພະນັກງານມາປະຈໍາການ 14 ວັນ ໂດຍ ບໍ່ມີການຜັດປ່ຽນຜູ້ໃຫມ່. ຫ້າມຈັດປະຊມ, ໂຮມຊຸມນຸມຫລື ກິດຈະກໍາຕ່າງໆ ກໍລະນີຈໍາເປັນຕ້ອງຈັດກິດຈະກໍາໃດຫນຶ່ງຕ້ອງໄດ້ ຮັບອະນຸຍາດຈາກຄະນະສະເພາະກິດ ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພຸມ, ການຮັກສາໄລຍະຫ່າງຢ່າງຫນ້ອຍ 1 ແມັດ, ໃສ່ຜ້າອັດປາກດັງ, ລ້າງມືໃສ່ສະບຸ ຫລື ຢາຂ້າເຊື້ອ.

ຫ້າມນັ່ງກິນ-ດື່ມຢູ່ໃນຮ້ານອາຫານ ຫຼື ຮ້ານກາເຝ, ໃຫ້ປິດສະເພາະສັ່ງກັບເຮືອນເທົ່ານັ້ນ ຫຼື ມີບໍລິການສົ່ງເຖີງສະຖານທີ່ໃນເຂດທີ່ມີການລະບາດ.* ໃຫ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢູ່ບັນດາຮ້ານຂາຍເຄື່ອງຍ່ອຍ, ມີລິມາດ, ຊບເປີມາເກັດ ແລະ ຕະຫຼາດເປັນຕົ້ນແທກອຸນຫະພຸມ, ຮັກສາໄລຍະຫ່າງ ຢ່າງຫນ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັ່ງ, ໃສ່ຜ້າອັດປາກ-ດັງ, ລ້າງມືໃສ່ສະບຸ ຫຼື ນ້ໍາຢາຂ້າເຊື້ອ.

* ອະນຸຍາດໃຫ້ລົດໂຮງຫມໍ, ທີມແພດ, ຄະນະສະເພາະກິດ, ລົດດັບເພີງ ແລະ ລົດເກັບຂີ້ເຫຍື້ອ ເຂົ້າໄປປະຕິບັດຫນ້າທີ່. ຈັດໃຫ້ມີເວນຍາມ ແລະ ການລາດຕະເວນ 24 ຊົ່ວໂມງ ເພື່ອສະກັດກັ້ນ ການລັກລອບເຂົ້າ-ອອກ ບ້ານ ໂດຍບໍ່ໄດ້ຮັບອະນຸຍາດ. ໃຫ້ອະນາໄມຂ້າເຊື້ອຢູ່ເຮືອນ ແລະ ສະຖານທີ່ ທີ່ຜູ້ຕິດເຊື້ອທີ່ໄດ້ເດີນທາງໄປ.ເປັນຕົ້ນການຂ້າເຊື້ອຢູ່ໃນ ເຮືອນ, ເປີດປະຕູປ່ອງຢ້ຽມ, ອະນາໄມຕາມລູດບິດປະຕູ, ຮາວຂັ້ນໄດດ້ວຍເຫຼົ້າ 70 ອົງສາ. ການຈໍາຈັດຂີ້ເຫຍື້ອຕ້ອງໃສ່ຖົງຢາງ 2 ຊັ້ນ ແລະ ສິດຜົ່ນດ້ວຍເຫຼົ້າ 90 ອົງສາ. ມາດຕະການອື່ນໆ ທີ່ເຫັນວ່າຈໍາເປັນໃນການສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດ.* ຖ້າກໍລະນີບໍ່ມີການພົບເຊື່ອໃຫມ່ ຫຼັງຈາກ 14 ວັນ ຈະໄດ້ມີການປະເມີນອອກຈາກເຂດແດງ. ສໍາລັບບ້ານທີ່ມີການພົວພັນຕາມການເຄື່ອນໄຫວຂອງຜູ້ຕິດເຊື້ອ ເຊິ່ງປັດຈຸບັນໄດ້ມີການເກັບຕົວຢ່າງ ບຸກຄົນກຸ່ມເປົ້າຫມາຍເພື່ອຊອກຫາເຊື້ອພະຍາດໂຄວິດ-19; ຖ້າຫາກວ່າມີຜົນອອກມາເປັນບວກ ຈຶ່ງຈະ ໄດ້ກໍານົດຕື່ມອີກບ້ານ/ເຂດທີ່ມີຄວາມສ່ຽງຕາມນິຍາມທີ່ກະຊວງສາທາລະນະສຸກໄດ້ວາງອອກ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

Lao Times News | Your Time Your News

Leave a Reply

Your email address will not be published. Required fields are marked *