ຫຼັງຈາກທີ່ຂ້າພະເຈົ້າໄດ້ເຫັນເຂົາເຈົ້າໂພສ ແລະມີຄົນທັກຫາເພື່ອບອກໃຫ້ໄປເບີ່ງແລະຊ່ວຍເຫຼືອນ້ອງລາວ ວັນທີ່17/07/2021 .

ປະມານ7ໂມງແລງ ມີຄົນພົບເຫັນເດັກນ້ອຍຢູ່ແຄມທາງບໍ່ແນ່ໃຈວ່າຫຼົງທາງຫຼືພໍ່ແມ່ເອົາມາປ່ອຍ ຂໍ້ມູນເບື້ອງຕົ້ນທີ່ຫມີໄດ້ຮັບ ນ້ອງຊື່ທ້າວຈູ ອາຍຸ11ປິ
ຄົນມົ້ງ ເລ່ລ່ອນມາ3-4ມື້ບໍ່ໄດ້ກິນເຂົ້າຫາກໍໄດ້ກິນເຂົ້າຕອນມີຄົນພົບເຫັນມື້ນີ້ ບາງຂໍ້ມູນບອກວ່ານ້ອງເກີດຢູ່ບ້ານນາແຮງ ເມືອງວຽງໄຊ ແຂວງຫົວພັນ ແຕ່ມີຄົນຮັບໄປລ້ຽງຢູ່ບ້ານໂຮມພັນ.

ເມືອງວຽງໄຊ ແຕ່ຕາມທີ່ຖາມນ້ອງແມ່ນນ້ອງວ່ານ້ອງເປັນຄົນມອງນ້ຳ ເຂດປ່າຮ້າງ ຕອນນີ້ນ້ອງມີຄົນຮັບໄວ້ຢູ່ນຳຢູ່ບ້ານນາທອງ ເມືອງຊຳເຫນືອ ແຂວງຫົວພັນ ໄດ້ຂໍ້ມູນວ່າແມ່ໄດ້ເສຍຊີວິດແລ້ວສ່ວນພໍ່ແມ່ນເອົາເມຍໃຫມ່(ບາງຄົນບອກວ່າພໍ່ເອົາມາຖີ້ມ.
ບໍ່ແມ່ນມີແຕ່ນ້ອງຄົນດຽວແຕ່ຍັງມີອ້າຍລາວນຳ ແຕ່ບໍ່ຮູ້ວ່າຕອນນີ້ອ້າຍລາວຢູ່ໃສ) ຂໍ້ມູນເພີ່ມເຕີມແມ່ນຍັງຫາຄົນແປພາສາໃຫ້ຢູ່ເພາະນ້ອງບໍ່ຮູ້ພາສາລາວ ແລະມື້ອື່ນຈະປະສານງານຫາຕຳຫຼວດແລະຫນ່ວຍງານທີ່ກ່ຽວຂ້ອງເພື່ອຊ່ວຍເຫລືອນ້ອງ
#ຖ້າຫລົງກໍຢາກໃຫ້ພໍ່ແມ່ກັບມາຮັບນ້ອງເພາະນ້ອງກໍຍັງນ້ອຍຢູ່ອີຕົນນ້ອງ
#ຖ້າວ່າພໍ່ແມ່ເອົາມາຖີ້ມຄືເຂົາວ່າກໍຂໍຍອມໃນໃຈອັນເດັດດ່ຽວທີ່ຖີ້ມລູກໂຕເອງໄດ້ລົງຄໍ
ທີ່ມາ.
