ລາວໄດ້​ຮັບ​ວັກ​ຊິນ​ ລວມທັງໝົດ 3.147.620 ໂດ​ສ​ ຈາກ 5 ຊະ​ນິດ​

ປະຈຳວັນທີ 17 ກໍລະກົດ 2021 | ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ລາວໄດ້​ຮັບ​ວັກ​ຊິນ​ຕ້ານ​ພະ​ຍາດ​ໂຄວິດ-19 ລວມທັງໝົດ 3.147.620 ໂດ​ສ​

ສ​ປ​ປ ລາວໃຊ້​ວັກ​ຊິນ 5 ຊະ​ນິ​ດເພື່ອ​ສ້າງ​ພູມ​ຕ້ານ​ທານ​ພະ​ຍາດ​ໂຄວິດ-19 ຄື: ​ວັກ​ຊິນສະປຸກນິກ, ຊີ​ໂນ​ຟາມ, ​ແອ​ສ​ຕຣາ ເຊ​ເນ​ກາ, ໄຟ​ເຊີ ແລະ ຈອນ​ສັນ ແອນ ຈອນ​ສັນ​ ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ໂຄງ​ການ COVAX

ສປປ ລາວ ໄດ້ຮັບຢາວັກຊິນດັ່ງກ່າວແລ້ວລວມແລ້ວມີທັງໝົດແລ້ວ 3.147.620 ໂດສ ຈາກວັກຊິນສະປຸກນິກ 5.000 ໂດສ, ຊີໂນຟາມ 1.902.000 ໂດສ, ແອສຕຣາເຊເນກາ 132.000 ໂດສ, ໄຟເຊີ 100.620 ໂດສ ແລະ ຈອນສັນ ແອນ ຈອນສັນ 1.008.000 ໂດສ…ອ່ານຕໍ່.

ໃນວັນອະນຸລັກສັດນໍ້າ-ສັດປ່າທີ່ຜ່ານມາ ລາວປ່ອຍສັດສູ່ທຳມະຊາດບໍ່ຕໍ່າກວ່າ 58 ລ້ານໂຕ.

​ສະ​ເພາະ​ການ​ປ່ອຍ​ປາ​ເພື່ອ​ເປັນ​ທຸ​ລະ​ກິດ​ໃສ່​ໃນກະຊັງ, ນາເຂົ້າ ແລະ ສະຖານທີ່ລ້ຽງອື່ນໆຈະ​ປ່ອຍໃຫ້ໄດ້ 320 ລ້ານໂຕ ຊຶ່ງ​ປະ​ກອບ​ມີປານິນ, ປາໄນ, ປາເກັດແລບ, ປາຫົວໃຫຍ່, ປາກິນຫຍ້າ, ປາ​ນວນ ​ຈັນ, ປາ​ປາກ ແລະ ປາອື່ນໆ…ອ່ານຕໍ່

ສັດ​ນ້ຳ- ສັດ​ປ່າ ບໍ່​ຕ່ຳ​ກວ່າ 58 ລ້ານ​ໂຕ​ເພື່ອປ່ອຍລົງ​ສູ່​ຫ້ວຍ​ນ້ຳລຳ​ເຊ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ເນື່ອງ​ໃນ​ວັນ​ອະ​ນຸ ​ລັກ​ສັດ​ນໍ້າ-ສັດ​ປ່າ​ແຫ່ງ​ຊາດຄົບຮອບ 24 ປີ ທີ່ຜ່ານມາ.

ປະຊາຊົນທຸກຍາກ ໃນ 4 ແຂວງ ພາກເໜືອໄດ້​ຮັບ​ເງິນອຸດ​ໜູນ 1,3 ຕື້ກ່ວາກີບ

ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ໄດ້ສໍາເລັດການເບີກຈ່າຍເງິນອຸດໜູນ ງວດທີ I ໃຫ້ປະຊາ ຊົນທຸກຍາກໃນ 4  ແຂວງ ພາກເໜືອ ມູນຄ່າ 1,3 ຕື້ກ່ວາກີບ.

ເຊີ່ງລວມມີທັງໝົດ 12  ເມືອງ,  241 ບ້ານ, 3.861 ຄົນ, ການຊ່ວຍຜູ້​ທຸກ​ຍາກ​ພາຍ​ໃຕ້ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການນີ້ ຈະໄດ້ຮັບ 180.000 ກີບ / ເດືອນ ຕໍ່ 1 ຄົນ…ອ່ານຕໍ່.

ລາວເຂົ້າຮວມກອງປະຊຸມອາຊຽນທາງໄກ ແລກປ່ຽນຄຳຄິດເຫັນກັບຫຼາຍຝ່າຍ

ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາອາຊຽນ ວ່າດ້ວຍ ການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ

ກອງປະຊຸມສຳມະນາຄັ້ງນີ້ ໄດ້ຮັບຟັງການແລກປ່ຽນຄຳຄິດເຫັນກ່ຽວພັນກັບການສົ່ງເສີມການຮ່ວມມືຫຼາຍຝ່າຍ ໃນທ່າມກາງການປ່ຽນແປງທາງດ້ານພູມສາດການເມືອງ​; ການເສີມສ້າງຄວາມເຂັ້ມແຂງດ້ານລະບົບການຄ້າຫຼາຍຝ່າຍ ແລະ ບົດບາດຂອງສົນທິສັນຍາຄູ່ຮ່ວມເສດຖະກິດແບບຮອບດ້ານລະດັບພາກພື້ນ…ອ່ານຕໍ່

Leave a Reply

Your email address will not be published. Required fields are marked *