ຂ່າວດີ ສາວລາວຕິ ດ ໂຄ ວິ ດ ຄອດລູກໃນໂຮງຫມໍສະຫນາມ

ຈາກເພສຂ່າວເລື່ອງເລົ່າເຊົ້ານີ້ ລາຍງານວ່າ ສາວລາວຕິດໂຄວິດ ຄອດລູກໃນໂຮງຫມໍສະຫນາມ ພະຍາບານຊ່ວຍກັນທຳຄອດ ປອດໄພແລ້ວທັງແມ່ທັງລູກ.

ມີຜູ້ໃຊ້ເຟສບຸ໊ກທີ່ຊື່ວ່າ Pim Pimchanok ໂພສພາບ ແລະເລົ່າເຖີງເລື່ອງລາວລະບຸວ່າ ກາງເດີກຂອງວັນທີ15 ກໍລະກົດ ເວລາ 2 ໂມງເຊົ້າກວ່າໆ ຄົນປ່ວຍຂ້າງໃນແລ່ນມາບອກ “ພະຍາບານ ມີຄົນຈະຄອດ” ທັນໃດນັ້ນທີມແພດແລ່ນວຸ້ນກັນຫມົດ.

ຄົນຫນຶາງຄວ້າໂທລະສັບປະສານງານ ER ຄີຂໍ້ມູນຫາຊື່ຄົນໄຂ້ກຽມສົ່ງເວນຕໍ່ ອີກຄົຫນຶ່ງຫາອຸປະກອນກຽມ set ຄອດ ambu bag ອຸປະກອນຊ່ວຍເຫລືອຊີວິດແມ່ແລະເດັກອີກ 3 ຄົນຟ້າວໃສ່ຊຸດ PPE ແລະ ແລ່ນລົງສະຫນາມຢ່າງໄວທີ່ສຸດ ຕໍ່ມາເວລາ 02:30 ນາທີ ຄອດເດັກນ້ອຍເພດຊາຍ (ສັນຊາດລາວ)

ສາວລາວຕິດໂຄວິດ ມາຄອດທີ່ໄທ ທີ່ເຊີໄພ້ໄປກວ່ານັ້ນຄືມາຄອດໃນໂຮງຫມໍສະຫນາມເອົາທີມເອື້ອຍໆອ້າຍທີມພະບານແລ່ນກັນວຸ້ນຫົວຫມຸນ ໃຈເຕັ້ນຕຶກຕັກ O2 sat 69-70 % ນ້ອງບໍ່ຮ້ອງ ເອື້ອຍຈະຮ້ອງແທນແລ້ວນະ?

ທີມຟ້າວຊ່ວຍກັນຢ່າງເຕັມທີ່ຈົນ O2 sat 100% ນ້ອງດີຂື້ນແລ້ວ ອ້າຍໆເອື້ອຍໆກໍ່ໂລ່ງໃຈ ແມ່ ແລະເດັກປອດໄພດີໂດຍໃຊ້ເວລາທັ້ງສິ້ນປະມານ 30 ນາທີ ເດັກນ້ອຍຢູ່ໃນອ້ອມກອດ ເອື້ອຍພະຍາບານ ຕະຫລອດຈົນກວ່າລົດພະຍາບານມາຮອດ.

ຜູ້ໂພສຊຶ່ງເປັນເຈົ້າຫນ້າທີ່ພະຍາບານລະບຸວ່າ ຈະດູແລພວກເຈົ້າໃຫ້ດີທີ່ສຸດບໍ່ວ່າ ເຈົ້າຈະເປັນຄົນຊາດໃດ ຊ່ວງເວລາທີ່ທຸກຄົນຫລັບໄຫລ ພວກເຮົາບໍ່ເຄີຍຢຸດທຳງານ ທີມເກັ່ງຫລາຍ ມີສະຕິຫລາຍ ພະຍາບານ ສະມຸດສາຄອນ ແລະ ພະຍາບານທະຫານ ທີ່ ໂຮງຫມໍສະຫນາມວັດທະນາອຟກຕໍຣີ້ 2 ສູນ8.

#ຂໍ້ມູນຈາກ:เรื่องเล่าเช้านี้

Leave a Reply

Your email address will not be published. Required fields are marked *