ຕາມການເປີດເຜີຍຂອງທ່ານ ປອ ດຣ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ ຕໍ່ຜູ້ສື່ຂ່າວຂອງພວກເຮົາໃນຄັ້ງວັນທີ 15 ກໍລະກົດ 2021 ໃຫ້ຮູ້ວ່າ: ທົ່ວແຂວງສະຫວັນນະເຂດ ໄດ້ມີແຮງງານທີ່ກັບມາຈາກຕ່າງປະເທດມີທັງໝົດ 1.374 ຄົນ.

ໃນນີ້ມີແຮງງານທີ່ເປັນເພດຍິງຫຼາຍເຖິງ 653 ຄົນ ແລະ ມີເດັກນ້ອຍອີກປະມານ 70 ຄົນ ມີຜູ້ຕິດເຊື້ອພະຍາດໂຄວິດ 19 ທັງໝົດ 494 ກໍລະນີ,ກຳລັງປິ່ນປົວ 348 ກໍລະນີ ໃນຈໍານວນຜູ້ຕິດເຊື້ອ 494 ກໍລະນີ ມີເພດຍິງກວມອັດຕາສ່ວນສູງເຖິງ 60%,ມີເດັກນ້ອຍຕິດເຊື້ອບໍ່ຮອດ 10 ຄົນ ແລະ ກໍ່ມີແມ່ຍິງທີ່ຖືພາຕິດເຊື້ອຈຳນວນໜຶ່ງ.


ສຳລັບກໍລະນີຜູ້ຕິດເຊື້ອພະຍາດໂຄວິດ 19 ທີ່ເປັນເພດຍິງ ແລະ ເດັກນ້ອຍ ທາງພະແນກສາທາລະນະສຸກແຂວງ ກໍ່ຄືຄະນະສະເພາະກິດຂັ້ນແຂວງ ແມ່ນໄດ້ເອົາໃຈໃສ່ເປັນພິເສດ ໃນເລື່ອງການດູແລທາງດ້ານສຸຂະພາບຂອງແມ່ ແລະ ເດັກ ໂດຍປະຕິບັດຕາມນະໂຍບາຍຮັກສາສຸຂະພາບແມ່ ແລະ ເດັກໃຫ້ມີຄວາມປອດໄພທາງດ້ານອາຫານການກິນ,

ທາງດ້ານຊີວິດການເປັນຢູ່ພາຍໃນສູນ ຮັບປະກັນທີ່ສຸດໃຫ້ເດັກ ແລະ ແມ່ມີສຸຂະພາບທີ່ແຂງແຮງຕາມຫຼັກໂພຊະນາການ,ຫຼັກການຮັກສາສຸຂະພາບທົ່ວໄປໃນແມ່ ແລະ ເດັກ.


ຂ່າວ: ອັກສອນສິນ ພົມມະຈັນພາບຈາກພະແນກສາທາລະນະສຸກແຂວງ..


Lao News Time | ເວລາຂ່າວ ສຳລັບທ່ານ