ໂອ​ກາດ​ດີ ສຳ​ລັບ​ຄົນຈົບ​ປະ​ຖົມ​ເດີ້ ມີຫຼາຍ​ທຶນ​ໃຫ້​ຮຽນ​ຟ​ຣີ ແຖມ​ມີ​ເງິນ​ເດືອນ​ພ້ອມ ດີ​ຄັກໍົົ

ເປັນຂ່າວດີທີ່ສຸດໃນຮອບຫຼາຍເດືອນສຳລັບຜູ້ທີ່ກຳລັງຫາທາງສູ່ອະນາຄົດດ້ວຍການຮຽນວິຊາຊີບ ເພື່ອໄປປະກອບທຸລະກິດ ຫຼື ຫາວຽກເຮັດງານທຳຊ່ວຍສ້າງລາຍຮັບ ບໍ່ເປັນພາລະພໍ່ແມ່ສະໝັກເລີຍມື້ນີ້ ມີ້ພຽງ 65 ທຶນເທົ່ານັ້ນໃນ 3 ສາຂາວິຊາຮຽນ.

ທຶນຮຽນຟຣີ ຈຳນວນ 65 ທຶນ ສະຫມັກກ່ອນມີໂອກາດກ່ອນ (ສະເພາະຄົນໃນນະຄອນຫຼວງ ແລະ ຜູ້ສະໝັກຕ່າງແຂວງທີ່ຊັກວັກຊີນຄົບ 2 ເຂັ້ມ ແລະ ສາມາດເດີນທາງມານະຄອນຫຼວງວຽງຈັນໄດ້).

ສະຫມັກໄດ້ແຕ່ວັນທີ 13.07.2021 ຫາ 23.7.2021 ນີ້ເທົ່ານັ້ນ ແລະ ນຳເອກະສານແທ້ທັງຫມົດມາສົ່ງໃນວັນທີ 26/07/2021 ແລະ ເລີ່ມເຂົ້າຮຽນ ວັນທີ 02/08/2021

ເຂົ້າເບິ່ງລິ້ງນີ້ເລີຍວິທີປະກອບເອກະສານສະໝັກທຶນຮຽນຟຣີhttps://www.facebook.com/1753508948235763/posts/2991080104478635/? ໃຜທີ່ສົນໃຈຮຽນແທ້ໆໃຫ້ສະຫມັກທາງອອນລາຍ ໂດຍຖ່າຍຮູບໃບປະກາດປະຖົມ, ສຳມະໂນຄົວ ສົ່ງມາກ່ອນ ທີ່ເບີ ວອດແອັບ (whatsapp) 02091672068,02056926608,02098009636, 02056328671,02054877037,02055513718 ໃນວັນເວລາລັດຖະການ ແລະ ອີເມວ E-mail: bouavanhpmc@gmail.com, m_ptmv@hotmail.com

ງານນີ້ບອກເລີຍມາແຕ່ໂຕແລະຫົວໃຈ ຢາກເຮັດວຽກໃນອາຊີບນີ້ແທ້ ຢ່າຖາມວ່າຢູ່ໃສຢ່າຝາກເບີໂທໄວ້ ຮີບໂທຫາເບີທາງເທິງນີ້ທີ່ຈະຊ່ວຍທ່ານໄດ້.

ໂຄງການຮຽນຟຣີປະກອບມີ ສາຂາ ວິຊາປຸງແຕ່ງອາຫານ 25 ທຶນ, ສາຂາ ການໂຮງແຮມ 20 ທຶນ, ສາຂາ ວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ 20 ທຶນ.

ເງື່ອນໄຂຜູ້ສະຫມັກຮຽນທຶນ ສຳລັບນັກຮຽນປະຖົມ ທີ່ບໍ່ຈົບມັດທະຍົມຕົ້ນ, ອາຍຸ 18-30 ປີ, ຄອບຄົວຂາດເຂີນທຶນສົ່ງເສີມການຮຽນ, ບໍ່ເຄີຍຮຽນວິຊາຊີບໃດໆມາກ່ອນ, ຖ້າມີພາຫະນະທຽວການຈະເປັນການດີ, ສຸຂະພາບຕ້ອງແຂງແຮງສົມບູນ ແລະ ບໍ່ມີພະຍາດຕິດຕໍ່ຊໍາເຮື້ອ.

ເອກະສານປະກອບການຮຽນ.

1. ໃບປະກາດປະຖົມ !ຕ້ອງກົງກັນກັບສຳມະໂນຄົວ! ກ໋ອບປີ້ສີ 2ໃບ

2. ໃບຢັ້ງຢືນທີ່ຢູ່ 2ໃບ

3. ສຳເນົາສຳມະໂນຄົວກ໋ອບປີ້ສີ 3ຊຸດ

4. ໃບຢັ້ງຢືນສະຖານະເສດຖະກິດຄອບຄົວ 2 ໃບ5. ຮູບຖ່າຍຂະຫນາດ 3×4 6ໃບ.

ຮຽນໄລຍະ3ເດືອນ ຈົບໄປໄດ້ໃບປະກາດຊັ້ນຕົ້ນ ຮຽນຫມົດມື້ແຕ່ເຊົ້າ ຫາ ຄໍ່າທ່ານຢາກຮູ້ບໍ່ ວ່າຮຽນ ປຸງແຕ່ງອາຫານ, ການໂຮງແຮມ, ບໍລິການອາຫານ ແລະ ເຄື່ອງດື່ມ ໄດ້ຮຽນຫຍັງແດ່ຕ້ອງສະໝັກເຂົ້າຮຽນເທົ່ານັ້ນ.

ຜູ້ທີ່ສະໝັກຜ່ານໄດ້ຮຽນນອກຈາກໄດ້ຄວາມຮູ້ຕິດໂຕໄປທຳມາຫາກິນແລ້ວຍັງຈະໄດ້ເບັ້ຍລ້ຽງ 800.000/ເດືອນ, ອຸປະກອນປະກອບການຮຽນຟຣີ, ມີປະກັນສຸຂະພາບ ໄລຍະຮຽນເຈັບເປັນບໍ່ຕ້ອງເສຍຄ່າ, ຄ່າເດີນທາງ 2 ຄັ້ງໃນໄລຍະການຮຽນ.

ຫໍພັກຟຣີ ທຸກຄົນຕ້ອງນອນຫໍພັກຕະຫຼອດ3ເດືອນເພາະເຮົາມີສອນອັງກິດພາກຄໍ່າໃຫ້ ແລະ ເພື່ອຮັກສາຄວາມປອດໄພຕໍ່ການແຜ່ລະບາດພະຍາດໂຄວິດ19, ເຄື່ອງບ່ອນນອນ1ຊຸດ, ເຄື່ອງແບບ 2 ຊຸດ, ພິເສດມີສອນພາສາອັງກິດທົ່ວໄປແລະວິຊາສະເພາະໃຫ້ພາກຄໍ່າ

ສຳລັບທ່ານໃດສົນໃຈຕິດຕໍ່ເອົາໃບສະຫມັກໄດ້ທີ່ຫ້ອງການວິທະຍາໄລ ວຽງຈັນພັດທະນາອາຊີບ ບ້ານດົງປ່າແຫລບ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໂທ 021540545 & 021261566

Flash News | ຂ່າວທັນເຫດການ

Leave a Reply

Your email address will not be published. Required fields are marked *