ອັດຕາເງິນເຟີ້ເດືອນ ພຶດສະພາ ເພີ່ມຂຶ້ນ 3,55% ໂດຍມາຈາກການເໜັງຕີງຂອງທຸກໝວດສິນຄ້າ ແລະ ບໍລິການ

ອັດຕາເງິນເຟີ້ເດືອນ ພຶດສະພາ 2021 ເພີ່ມຂຶ້ນ 3,55% ທຽບກັບເດືອນດຽວຂອງປີຜ່ານມາ ປັດໄຈທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ ມາຈາກການເໜັງຕີງຂອງທຸກໝວດສິນຄ້າ ແລະ ບໍລິການ. ສ່ວນທຽບເດືອນພືດສະພາ 2021 ກັບເດືອນເມສາ 2021 ເພີ່ມຂຶ້ນ0,49%.ອີງຕາມບົດລາຍງານອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນພຶດສະພາ 2021 ຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ອັດຕາເງິນເຟີ້ລວມເດືອນພຶດສະພາ 2021 ທຽບກັບເດືອນດຽວກັນຂອງປີຜ່ານມາ (ປີຕໍ່ປີ) ເພີ່ມຂຶ້ນ 3,55%, ປັດໄຈທີສົ່ງຜົນໃຫ້ອັດຕາເງິນເຟີ້ໃນເດືອນນີ້ເໜັງຕີງເພີ່ມຂຶ້ນ ແມ່ນມາຈາກການເໜັງຕີງຂອງທຸກໝວດສິນຄ້າ ແລະ ບໍລິການ ພົ້ນເດັ່ນແມ່ນໝວດ.

ໄປສະນີ ແລະ ໂທລະຄົມມະນາຄົມ ເໜັງຕີງເພີ່ມຂຶ້ນ ທຽບປີຕໍ່ປີ 9,36% ຮອງລົງມາແມ່ນໝວດຄົມມະນາຄົມ ແລະ ການຂົນສົ່ງ ແລະ ໝວດສິນຄ້າອື່ນໆ ເພີ່ມຂຶ້ນ 5,68% ແລະ 8,02% ຕາມລໍາດັບ. ສ່ວນໝວດອາຫານ ແລະ ເຄື່ອງດື່ມທີ່ບໍ່ແມ່ນເຫຼົ້າ, ໝວດເຫຼົ້າ ແລະຢາສູບ, ໝວດເຄື່ອງນຸ່ງຫົ່ມ ແລະເກີບ ກໍ່ເພີ່ມຂຶ້ນເຊັ່ນ: 3,05%; 4,41% ແລະ 3,03% ຕາມລໍາດັບ; ນອກຈາກນັ້ນໝວດສິນຄ້າອື່ນໆ ເຊັ່ນ: ໝວດຮັກສາສຸຂະພາບ, ໝວດການສຶກສາ, ໝວດຮ້ານອາຫານ ແລະ ໂຮງແຮມ ກໍໄດ້ເພີ່ມຂຶ້ນ.

ສະພາບດັດຊະນີລາຄາເດືອນຕໍ່ເດືອນ ເດືອນພຶດສະພາ ທຽບກັບ ເດືອນເມສາ 2021 ພົ້ນເດັ່ນແມ່ນໝວດສະບຽງອາຫານ, ໝວດຄົມມະນາຄົມ ແລະ ການຂົນສົ່ງ, ໝວດສິນຄ້າອື່ນໆ ເພີ່ມຂຶ້ນ 0,87%, 0,11% ແລະ 0,29% ຕາມລໍາດັບ;ສ່ວນໝວດເຄື່ອງໃຊ້ໃນເຮືອນ, ໝວດຮ້ານອາຫານ ແລະ ໂຮງແຮມເໜັງຕີງເພີ່ມຂຶ້ນເລັກໜ້ອຍ ຄື 0,14%, 0,11% ຕາມລໍາດັບ, ໃນທາງກົງກັນຂ້າມ ເຫັນວ່າໝວດການສຶກສາ ແລະ ໝວດເຫຼົ້າ ແລະຢາສູບ ເໜັງຕີງຫຼຸດລົງ 0,04%, -0,03% ຕາມລໍາດັບ.ສະຫຼຸບລວມແລ້ວ ອັດຕາເງິນເຟີ້ ໃນເດືອນ ພຶດສະພາ ແມ່ນເໜັງຕີງເພີ່ມຂຶ້ນສູງກວ່າເດືອນທີ່ຜ່ານມາ ພົ້ນເດັ່ນ: ໝວດສະບຽງອາຫານ, ໝວດຄົມມະນາຄົມ ແລະ ການ..

ຂົນສົ່ງ, ໝວດໄປສະນີ ແລະ ໂທລະຄົມມະນາຄົມ, ໝວດສິນຄ້າອື່ນໆ, ຊຶ່ງປັດໄຈທີ່ກະທົບໃຫ້ລາຄາສິນຄ້າໃນເດືອນພຶດສະພາ ເພີ່ມຂຶ້ນ ມາຈາກຫຼາຍສາເຫດຄື:1. ການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ໃນ ສປປ ລາວ ໃນຊ່ວງເດືອນເມສາ ແລະ ໄດ້ແຜ່ລາມມາເຖິງເດືອນພຶດສະພາ ເຮັດໃຫ້ການສະຫນອງສິນຄ້າລະຫວ່າງ ເມືອງຕໍ່ເມືອງ, ແຂວງຕໍ່ແຂວງ ເປັນສາເຫດໃຫ້ການຈໍລະຈອນສິນຄ້າພົບຄວາມຫຍຸ້ງຍາກກະທົບໃຫ້ລາຄາມີການເໜັງຕີງເພີ່ມສູງຂຶ້ນ.2. ສໍາລັບຜູ້ບໍລິໂພກອາຫານສົດ ແມ່ນໄດ້ພົບກໍລະນີການແຜ່ລະບາດພະຍາດໃນສັດລ້ຽງ ຢູ່ບາງພື້ນທີ່ເຮັດໃຫ້ອັດຕາເງິນເຟີ້ໃນໝວດດັ່ງກ່າວມີການເໜັງຕີງ.

3. ການເພີ່ມຂຶ້ນຂອງລາຄານໍ້າມັນໃນຕະຫຼາດໂລກໄດ້ກະທົບ ໃຫ້ລາຄານ້ໍາມັນໃນລາວມີການເໜັງຕີງເພີ່ມຂື້ນ.4. ສິນຄ້ານໍາເຂົ້າບາງປະເພດ ທີ່ຕິດພັນກັບການແລກປ່ຽນ ເນື່ອງຈາກສະພາບອັດຕາແລກປ່ຽນມີການເໜັງຕີງ ຂື້ນລົງໃນຫຼາຍເດືອນທີ່ຜ່ານມາຕາມສະພາບເສດຖະກິດ ທີ່ກໍາລັງຜັນຜວນຕະຫຼອດເວລາໃນຊ່ວງການປີດປະເທດຢູ່ ໃນ ສປປ ລາວ.ໃນຄວາມຫຍຸ້ງຍາກດັ່ງກ່າວ ລັດຖະບານຂອງ ສປປ ລາວ ໄດ້ອອກມາດຕະການຄວມຄຸມລາຄາສິນຄ້າປະເພດອາຫານສົດບໍ່ໃຫ້ຂາຍໃນລາຄາທີ່ສູງເກີນຄວາມເປັນຈິງ ເພື່ອຊຸກຍູ້ໃຫ້ຜູ້ບໍລິໂພກຍັງສາມາດຊື້ໃນລາຄາທີ່ສົມເຫດສົມຜົນ ຈຶ່ງເຮັດໃຫ້ບາງລາຍການສິນຄ້າແມ່ນບໍ່ໄດ້ຮັບຜົນກະທົບ.

2021 LaoUpdates

Leave a Reply

Your email address will not be published. Required fields are marked *