ວອນຜູ້ໃຈຊ່ວຍເຫຼືອ..!! ເດັກນ້ອຍ 2 ຄົນນີ້ແດ່ທ້ອນ ເດັກຂາດສານອາຫານ

ຜູ້ໃຊ້ເຟສບຸກຊື່ Vonglavanh Lulee Lee ໄດ້ໂພສວ່າ: ມື້ນີ້ໄປເຫັນກັບຕາມາແລ້ວ 2 ເຄສຫົດຫູ່ໃຈນອນບໍ່ຫລັບອົດບໍ່ໃຫວຢາກໂພສໃຫ້ຄົນຊວ່ຍນຳກັນ

ເຫັນໂພສໃນກຸ່ມແມ່ລູກອ່ອນ,ມື້ນີຂ້ອຍເລີຍໄປຢ້ຽມເອົາເງິນກັບເຄື່ອງນຸ່ງໃຫ້ແອນ້ອຍຊື່ນ້ອງຕົ້ນເຂົ້າອາຍຸ 6 ເດືອນ ເພດຍິງນຳ້ຫນັກໄດ້ 3 ໂລ ຂາດສານອາຫານເປັນພະຍາດຫລາຍອັນໄດ້ໃສ່ເລືອດ ຮູບທີ1.

ກຳລັງຊິກັບລະເຈິເຄສນີ້ມາໃຫມ່(ຟ້າວແຮງໄດ້ຖາມຂໍ້ມູນນຳແມ່ເພິ່ນແຕ່ຫນ້ອຍດຽວບໍ່ລະອຽດ)ເຫັນແມ່ເຖົ້າໆກັບເອື້ອຍຫອບນ້ອງນ້ອຍນິມາ.

ນ້ອງນ້ອຍນີ້ໄດ້ 3 ປີ ແລ້ວເພດຍິງຂາດສານອາຫານອີກແລ້ວຕອນນີ້ຍ່າງບໍ່ໄດ້ແຂ່ງຂາກະລີບຄືເຫັນຢູ່ຮູບບໍ່ຮູ້ວ່າເປັນພະຍາດຫຍັງແນ່ ,ຖາມເອື້ອຍເພິ່ນວ່າກິນເຂົ້າກັບຫຍັງຄືເປັນແນວນີ້ເພິ່ນວ່າໃຫ້ກິນແຕ່ເຂົ້າກັບສະອິ໋ວວ່າຊັ້ນ.

ຂ້ອຍກັບຫມູ່ໄດ້ເອົາເງິນຊວ່ຍໃຫ້ແມ່ເດັກ 2 ແສນກີບ ເພິ່ນການົບຂອບໃຈທັງແມ່ທັງເອື້ອຍ,ແມ່ເພິ່ນກາເຖົ້າໆຄອບຄົວທຸກຍາກຫລາຍໂທລະສັບໃຊ້ກາບໍ່ມີ

ວອນຜູ້ໃຈບຸນທັງຫລາຍຊວ່ຍແຊ,ຊວ່ຍຄ່າປິ່ນປົວ,ເຂົ້າສານອາຫານ,ເຄື່ອງນຸ່ງ,ໃຫ້ເດັກຄົນນີ້ໄດ້ຫາຍດີດ້ວຍເຖີ້ນເຫັນແລ້ວອີ່ຕົນຫລາຍຄົນເປັນແມ່ເຂົ້າໃຈຄວາມຮູ້ສຶກນີ້ດີລູກເຈັບເຮົາເຈັບກວ່າ

ຝາກຄົນຂ້າງຕຽງຖາມວ່າຄອບຄົວລາວບໍ່ມີບັນຊິບໍ່ມີໂທລະສັບໃຊ້ໃຜທີ່ຢາກຊວ່ຍໄປຫາເພິ່ນເລີຍນອນຢູ່ຕຶກເດັກລວມຊັ້ນລຸ່ມຫ້ອງ 1083 ໂຮງຫມໍມະໂຫສົດ.

Leave a Reply

Your email address will not be published. Required fields are marked *