ມູນນິທິ ຊື່ຈີ ມອບຕຽງສະໜາມ 300 ໜ່ວຍ ໃຫ້ແຂວງຈໍາປາສັກ.

ຂປລ. ມູນນິທິ ຊື່ຈີ ສປ ຈີນ ມອບຕຽງສະໜາມ (ຕຽງຜ້າໂຄງເຫລັກ) ຈຳນວນ 300 ໜ່ວຍ, ມູນຄ່າ 12.000 ໂດລາສະຫະລັດ. ໃຫ້ແຂວງຈໍາປາສັກ ເພື່ອປະກອບສ່ວນຮັບໃຊ້ເຂົ້າໃນການເຄື່ອນ ໄຫວວຽກງານຕ່າງໆ ຂອງອົງການປົກຄອງແຂວງຈຳປາສັກ. ພິທີມອບ-ຮັບ ໄດ້ມີຂຶ້ນໃນວັນທີ 30 ມິຖຸ ນາ 2021 ທີ່ຫ້ອງວ່າການແຂວງຈຳປາສັກ.

ທ່ານ ບຸນເຮັງ ບຸດດາວົງ ແຊຫລໍ ຮອງປະທານສະມາຄົມຈີນ, ພ້ອມດ້ວຍຄະນະບໍລິຫານງານສະມາຄົມຈີນ ໄດ້ຕາງໜ້າໃຫ້ແກ່ມູນນິທິ ຊື່ຈີ ກ່າວມອບການຊ່ວຍເຫລືອໃນຄັ້ງນີ້, ເປັນກຽດກ່າວຮັບຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ໂດຍມີ ທ່ານ ສາຍທອງ ໄຊຍະວົງ ປະ ທານສະພາປະຊາຊົນແຂວງ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານເຈົ້າແຂວງຈຳປາສັກ ກໍໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍໄປຍັງ ມູນນິທິ ຊື່ຈີ ສປ.ຈີນ ພ້ອມດ້ວຍ ຄະນະສະມາຄົມຈີນ ແຂວງຈຳປາສັກ ທີ່ຍາມໄດກໍໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ແກ່ແຂວງຈຳປາສັກ ໃນໄລຍະທີ່ມີຄວາມຫຍຸ້ງຍາກ ແລະ ອົງການປົກຄອງ ແຂວງຈຳປາສັກ ຈະຄຸ້ມຄອງນຳໃຊ້ອຸປະກອນ, ເຄື່ອງມືດັ່ງກ່າວເຂົ້າໃນການເຄື່ອນໄຫວວຽກງານ ໃຫ້ຖືກຕາມຈຸດປະສົງເປົ້າໝາຍ ແລະ ໃຫ້ເກີດປະສິດທິຜົນສູງສຸດ.ຂ່າວ-ຮູບ: ທັດຊະນະ