ເມືອງເສດຖາ ເປັນເມືອງໜຶ່ງທີ່ນອນຢູ່ໃນໃຈກາງ ນວ ມີປະຊາກອນທັງໝົດ 114.000 ຄົນ ໃນນີ້ ຍັງມີປະຊາຊາຊົນຈຳນວນໜຶ່ງຍັງມີຄວາມທຸກຍາກ ໂດຍສະເພະ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນແຮງງານທີ່ຢູ່ນອກລະບົບປະກັນສັງຄົມ ດັ່ງນັ້ນ ເພື່ອແກ້ບັນເທົາທຸກເບື້ອງຕົ້ນ ໃຫ້ຜູ້ໄດ້ຮັບກະທົບດັ່ງກ່າວ ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ ນວ) ໄດ້ມອບເງິນຈຳນວນ 62.500.000 ກີບ ເພື່ອແບ່ງປັນໃຫ້ແກ່ແຮງງານທີ່ຢູ່ນອກລະບົບປະກັນສັງຄົມ ແລະ ປະຊົນຊົນທີ່ທຸກຍາກເປັນບຸກຄົນ ຄອບຄົວທີ່ທຸກຍາກ ແລະ ມີຄວາມເດືອດຮ້ອນຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ທີ່ໄດ້ຮັບການຢັ້ງຢືນຈາກບ້ານ ເປັນພົນລະເມືອງລາວທີ່ມີສຳມະໂນຄົວ ຫຼື ໃບອະນຸຍາດພັກເຊົາຢູ່ບ້ານ.

ທ່ານ ຄໍາສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ ນວ ໃຫ້ສຳພາດວັນທີ 30 ມິຖຸນາ 2021 ກ່ຽວກັບການຈັດຕັ້ງປະຕິບັດວຽກງານແກ້ໄຂຜົນກະທົບການລະບາດຂອງພະຍາດໂຄວິດ-19 ວ່າ ພາຍຫຼັງທີ່ໄດ້ຮັບການຊີ້ນຳຈາກພະແນກ ຮສສ ນວ ອຳນາດການປົກຄອງເມືອງໄດ້ຮ່ວມກັບຫ້ອງການ ຮສສ ເມືອງ ໃນການສຳຫຼວດ ແລະ ປະເມີນວ່າແຮງງານທີ່ບໍຢູ່ໃນລະບົບປະກັນສັງຄົມ ແລະ ປະຊາຊົນທີ່ທຸກຍາກ ເປັນບຸກຄົນ ຄອບຄົວທີ່ທຸກຍາກ ແລະ ມີຄວາມເດືອດຮ້ອນຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ມີຫຼາຍໜ້ອຍສໍ່າໃດ.

ຫຼັງຈາກທີ່ໄດ້ຂຶ້ນບັນຊີລະອຽດ ກໍໄດ້ສະເໜີມາຍັງພະແນກ ຮສສ ນວ ເພື່ອຂໍງົບປະມານຈາກກະຊວງ ຮສສ ສຳລັບເມືອງໄຊເສດຖາ ມີຜູ້ໄດ້ຮັບຜົນກະທົບທີ່ນອນໃນກຸ່ມເປົ້າໝາຍ 250 ຄົນ ໄດ້ຮັບເງິນຊ່ວຍເຫຼືອ 62 ລ້ານກວ່າກີບ ພາຍຫຼັງໄດ້ຮັບງົບປະມານຄັ້ງນີ້ແລ້ວ ແມ່ນຈະເລີ່ມແຈກຢາຍໃຫ້ປະຊາຊົນກຸ່ມເປົ້າໃຫ້ສຳເລັດໃນຕົ້ນເດືອນກໍລະກົດນີ້ ເຊິ່ງເງິນຊ່ວຍເຫຼືອຄັ້ງນີ້ ຈະຊ່ວຍແກ້ໄຂ ແລະ ບັນເທົາທຸກເບື້ອງຕົ້ນໃຫ້ແກ່ພໍ່ແມ່ປະຊາຊົນ.
ເພື່ອເປັນການແກ້ໄຂໃນຕໍ່ໜ້າ ອຳນາດການປົກຄອງເມືອງ ຮ່ວມກັບຫ້ອງການ ຮສສ ເມືອງ ແລະ ພະແນກ ຮສສ ນວ ໄດ້ມີແຜນໃນການຍົກສູງດ້ານວິຊາຊີບ ແລະ ວຽກເຮັກງານທຳໃຫ້ແກ່ປະຊາຊົນ ສ້າງແຜນຮ່ວມກັນວ່າຈະມີວິທີການແກ້ໄຂແນວໃດ ເພື່ອຈະວາງເປັນຍຸດທະສາດໃຫ້ແກ່ພໍ່ແມ່ປະຊາຊົນໃນໄລຍະວິກິດ ທັງນີ້ກໍເພື່ອຍົກສູງຄຸນນະພາບຊີວິດການເປັນຢູ່ຂອງພໍ່ແມ່ນປະຊາຊົນໃຫ້ນັບມື້ດີຂຶ້ນ.